ຂ່າວສານ

ອາຊຽນ ສືບຕໍ່ໜູນຊ່ວຍບັນດາຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວ, ຄື້ນຟອງຍັກຢູ່ ອິນໂດເນເຊຍ

      ວັນທີ 16 ເມສາ, ສູນປະສານງານອາຊຽນ ກ່ຽວກັບການຮັບມືກັບໄພພິບັດທຳມະຊາດ ແລະ ການໜູນຊ່ວຍມະນຸດສະທຳ (AHA) ໄດ້ມອບເຮືອນ 75 ຫຼັງໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍຈາກເຫດຄື້ນຟອງຍັກຢູ່ນະຄອນ Palu ແຂວງພາກກາງ Sulawesi, ປະເທດອິນໂດເນເຊຍ. 

ພະນັກງານ ກູ້ໄພຄົ້ນຫາຜູ້ປະສົບເຄາະຮ້າຍພາຍຫຼັງເຫດແຜ່ນດິນໄຫວຢູ່ Palu ອິນໂດເນເຊຍ
(ພາບ: TTXVN) 
      ກ່າວຄຳເຫັນທີ່ພິທີ ເຊິ່ງໄດ້ຈັດຕັ້ງທາງອອນລາຍ, ທ່ານນາງ Adelina Kamal ຜູ້ອຳນວຍການຝ່າຍບໍລິຫານ AHA ໃຫ້ຮູ້ວ່າ ໂຄງການໜູນຊ່ວຍໄພພິບັດທຳມະຊາດດັ່ງກ່າວໄດ້ຮັບການຊ່ວຍເຫຼືອຈາກ ຟີລິບປິນ ແລະ ບຣູໄນ. ໂຄງການໄດ້ສຳເລັດໃນເດືອນມີນາທີ່ຜ່ານມາພາຍຫຼັງດຳເນີນການກໍ່ສ້າງມາເປັນເວລາ 8 ເດືອນ ແລະ ໄດ້ຕັ້ງຊື່ວ່າ “ໝູ່ບ້ານ ອາຊຽນ”. ທ່ານ Hidayat ເຈົ້າຄອງນະຄອນ Palu ເນັ້ນໜັກວ່າ: “ໝູ່ບ້ານ ອາຊຽນ” ໄດ້ກຳເນີດເກີດຂຶ້ນແມ່ນສ່ວນໜຶ່ງໃນບັນດາຄວາມມານະພະຍາຍາມລວມເພື່ອແນໃສ່ແກ້ໄຂຄວາມຕ້ອງການທາງດ້ານເຮືອນຢູ່ໃຫ້ປະຊາຊົນຜູ້ໂລກດີລອດມາໄດ້ຈາກເຫດໄພແຜ່ນດິນໄຫວ ແລະ ຄື້ນຟອງຍັກໃນປີ 2018
 (ແຫຼ່ງຄັດຈາກ VOV)


top