• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ມານະພະຍາຍາມຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນລວມ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ (AMM) ຄັ້ງທີ 56 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນວັນທີ 11 – 14 ກໍລະກົດ ຢູ່ ອິນໂດເນເຊຍ,
ທ່ານເອກອັກຄະລັດຖະທູດ ຫວູໂຮ່, ຜູ້ຮັກສາການຫົວໜ້າ SOM ASEAN ຫວຽດນາມ

ເມື່ອຕອບສຳພາດຕໍ່ນັກຂ່າວ ຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ, ທ່ານເອກອັກຄະລັດຖະທູດ ຫວູໂຮ່, ຜູ້ຮັກສາການຫົວໜ້າ SOM ASEAN ຫວຽດນາມ ໃນວັນທີ 9 ກໍລະກົດ, ໃຫ້ຮູ້ວ່າ: ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ (AMM) ຄັ້ງທີ 56 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນວັນທີ 11 – 14 ກໍລະກົດ ຢູ່ ອິນໂດເນເຊຍ ຈະແລກປ່ຽນທຸກໆບັນຫາກ່ຽວຂ້ອງເຖິງສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນລວມຂອງພາກພື້ນ, ບໍ່ພຽງແຕ່ ອາຊີຕາເວັນອອກສ່ຽງໃຕ້ ເທົ່ານັ້ນ ຫາກຍັງແມ່ນທົ່ວອາຊີ ແລະ ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ທີ່ກ້ວາງໃຫຍ່ ອີກດ້ວຍ. ທ່ານເອກອັກຄະລັດຖະທູດ ຫວູໂຮ່ ໄດ້ຢຳ້ຄືນວ່າ: ໃນຕະຫຼອດ 56 ປີແຫ່ງການຄົງຕົວ ແລະ ພັດທະນາຂອງຕົນ, ໜຶ່ງໃນບັນດາເປົ້າໝາຍເຊິ່ງ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ວາງອອກແມ່ນການ ສ້າງ ແລະ ພັດທະນາວັດທະນະທຳສົນທະນາ ແລະ ຮ່ວມມື. ພາຍຫຼັງກ່ວາເຄິ່ງສະຕະວັດ, ວັດທະນະທຳນີ້ພວມກາຍເປັນແບບວິທີ, “ເຄື່ອງໝາຍ” ຂອງ ອາຊຽນ ເມື່ອເຮັດວຽກກັບບັນດາປະເທດໃນສະຫະສະມາຄົມ, ກໍ່ຄືລະຫວ່າງສະມາຄົມກັບບັນດາຄູ່ຮ່ວມມື, ຊ່ວຍດັດປັບ ແລະ ສ້າງຄວາມກົມກ່ຽວດ້ານຜົນປະໂຫຍດ ແລະ ຜ່ານຜ່າບັນດາຄວາມແຕກຕ່າງກັນ, ຄວາມຂັດແຍ້ງກັນ. ນີ້ກໍ່ແມ່ນເປົ້າໝາຍທີ່ໄດ້ວາງອອກຂອງ ອາຊຽນ ທີ່ກອງປະຊຸມຄັ້ງນີ້.

(ແຫຼ່ງຄັດຈາກ VOV)

ຊາວ ຫວຽດນາມ ອາໄສ ຢູ່ ຕ່າງ​ປະ​ເທດ ມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ

ຊາວ ຫວຽດນາມ ອາໄສ ຢູ່ ຕ່າງ​ປະ​ເທດ ມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ

ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ ຈະມີຫຼາຍລັດຖະນະໂຍບາຍ ເພື່ອນຳປະເທດ ຫວຽດນາມ ຈາກປະເທດພວມພັດທະນາ ໃຫ້ກາຍເປັນປະເທດມີພື້ນຖານເສດຖະກິດພັດທະນາ

Top