• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ນຳເອົາບັນດາບົດຮຽນອັນລ້ຳຄ່າໃນວິວັດການຊຸກຍູ້ການເຊື່ອມຕໍ່ຢູ່ ອາຊີໃຕ້

      ທ່ານ ຮ່ວາງວັນເລີ້ຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາຟະລິກາໃຕ້  ໃຫ້ຮູ້ວ່າ: ໂດຍແມ່ນປະຊາຄົມເປີດ ແລະ ຄູ່ຮ່ວມມືເພື່ອສັນຕິພາບ, ພັດທະນາແບບຍືນຍົງຂອງປະຊາຄົມສາກົນ, ອາຊຽນ ໄດ້ມີຄວາມມານະພະຍາຍາມເປີດກ້ວາງຢ່າງບໍ່ຢຸດຢັ້ງ.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ (ພາບ: TTXVN)
      ກ່າວຄຳເຫັນທີ່ກອງປະຊຸມຜ່ານທາງອອນລາຍ“ບັນດາຄູ່ຮ່ວມມືໃນການເຊື່ອມໂຍງເສດຖະກິດ ແລະ ອີງໃສ່ຊຶ່ງກັນແລະກັນໃນພາກພື້ນ ອາຊີ-ປາຊີຟິກ” ໂດຍໜັງສືພິມ “The Diplomatic Society” (ອາຟະລິກາໃຕ້) ຈັດຕັ້ງ, ທ່ານ ຮ່ວາງວັນເລີ້ຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາຟະລິກາໃຕ້  ໃຫ້ຮູ້ວ່າ: ໂດຍແມ່ນປະຊາຄົມເປີດ ແລະ ຄູ່ຮ່ວມມືເພື່ອສັນຕິພາບ, ພັດທະນາແບບຍືນຍົງຂອງປະຊາຄົມສາກົນ, ອາຊຽນ ໄດ້ມີຄວາມມານະພະຍາຍາມເປີດກ້ວາງຢ່າງບໍ່ຢຸດຢັ້ງ ແລະ ເຮັດໃຫ້ການພົວພັນຮ່ວມມືສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດກັບບັນດາຄູ່ຮ່ວມເລິກເຊິ່ງກວ່າອີກ, ລວມມີທັງບັນດາປະເທດມະຫາອຳນາດພາຍໃນ ແລະ ພາຍນອກພາກພື້ນ. ອາຊຽນ ໄດ້ຮັກສາລັດທິຫຼາຍຝ່າຍ, ການຄ້າ, ການຫັນເປັນເສລີ ແລະ ປະກອນສ່ວນສ້າງບັນດາກົນໄກທີ່ແກ່ນສານຂອງສະຖາປັດຕະຍະກຳເສດຖະກິດ ແລະ ຄວາມໝັ້ນຄົງຢູ່ເຂດ ອາຊີ-ປາຊີຟິກ. ຜົນສຳເລັດຂອງ ອາຊຽນ ໄດ້ນຳມາໃຫ້ ອາຊີໃຕ້ມຸ່ງໄປເຖິງການຕິດພັນບັນດາບົດຮຽນ ແລະ ປະສົບການອັນລ້ຳຄ່າ. ທີໜຶ່ງ, ເຫັນດີເປັນເອກະພາບໃນຫຼາຍຮູບຫຼາຍແບບແມ່ນໜຶ່ງໃນບັນດາຫຼັກການເຄື່ອນໄຫວພື້ນຖານ. ທີສອງ, ຈຸດສຸມຂອງການເຊື່ອມຕໍ່ ແລະ ຮ່ວມສຳພັນແມ່ນ ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳສັງຄົມ. ທີສາມ, ສັນຕິພາບ, ສະຖຽນລະພາບ, ສາມັກຄີ, ເອກະພາບ, ວັດທະນາຖາວອນ ແລະ ຍືນຍົງເພື່ອຜົນປະໂຫຍດຂອງແຕ່ລະສະມາຊິກກໍ່ຄືຂອງທົ່ວພາກພື້ນ. ທີສີ່, ສະຫະສະມາຄົມຕ້ອງສວມບົດບາດເປັນໃຈກາງໃນບໍ່ວ່າເວທີປາໄສສາກົນ ຫຼື ໂຄງການດຳເນີນງານໃດທີ່ກ່ຽວຂ້ອງເຖິງພາກພື້ນ, ພິເສດແມ່ນກ່ຽວກັບທຸກບັນຫາພັດທະນາ ແລະ ຄວາມສະຫງົບ. ການຮ່ວມມື ແລະ ການເຈລະຈາພາຍໃນພາກພື້ນ ຫຼື ບັນດາປະເທດນອກພາກພື້ນຕ້ອງອີງໃສ່ຄວາມເຊື່ອໝັ້ນ ແລະ ຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ, ກົດໝາຍ ແລະ  ຄວາມເປັນລະບຽບຮຽບຮ້ອຍສາກົນ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top