• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນແມ່ນຈຸດສຸມບຸລິມະສິດໃນນະໂຍບາຍມຸ່ງໄປເຖິງທິດໃຕ້ໃໝ່ຂອງ ສ.ເກົາຫຼີ

      ອາຊຽນແມ່ນຈຸດສຸມບຸລິມະສິດໃນນະໂຍບາຍມຸ່ງໄປເຖິງທິດໃຕ້ໃໝ່ເພີ່ມທະວີຂອງ ສ.ເກົາຫຼີ, ສະໜັບສະໜູນບົດບາດຂອງອາຊຽນໃນໂຄງສ້າງພື້ນຖານ ແລະ ພັດທະນາຂອງ ອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ
ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ເຂົ້າຮ່ວມກອງປະຊຸມ
(ພາບ: ກະຊວງການຕ່າງປະເທດ)
      ຕອນເຊົ້າວັນທີ 03 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດລະຫວ່າງອາຊຽນ - ສ.ເກົາຫຼີ ທາງອອນລາຍ. ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 54 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ. ຢູ່ທີ່ນີ້, ທ່ານລັດຖະມົນຕີການຕ່າງປະເທດສ.ເກົາຫຼີ Chung Eui yong ຢືນຢັນເລື່ອງຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບອາຊຽນ, ທ່ານເນັ້ນໜັກວ່າ ອາຊຽນແມ່ນຈຸດສຸມບຸລິມະສິດໃນນະໂຍບາຍມຸ່ງໄປເຖິງທິດໃຕ້ໃໝ່ເພີ່ມທະວີຂອງ ສ.ເກົາຫຼີ, ສະໜັບສະໜູນບົດບາດຂອງອາຊຽນໃນໂຄງສ້າງພື້ນຖານ ແລະ ພັດທະນາຂອງ ອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ; ສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ກ່ຽວກັບທະເລຕາເວັນອອກ.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ສະເໜີໃຫ້ ສ.ເກົາຫຼີ ຈົ່ງສືບຕໍ່ຊ່ວຍຍົກສູງກຳລັງຄວາມສາມາດດ້ານການແພດ ແລະ ຮັບປະກັນການສະໜອງວັກຊິນກັນໂຄວິດ-19 ໃຫ້ແກ້ບັນດາປະເທດອາຊຽນ; ສ້າງເງື່ອນໄຂສະດວກໃຫ້ 2 ຝ່ານລົງທຶນ ດຳເນີນທຸລະກິດຢູ່ພາກພື້ນ; ຕັ້ງໜ້າສະໜັບສະໜູນບັນດາຄວາມມານະພະຍາຍາມ ອາຊຽນ ໃນການຮັບແຄບຊ່ອງຫວ່າງການພັດທະນາ… ທ່ານລັດຖະມົນຕີ ບຸນແທັງເຊີນ ສະເໜີໃຫ້ສ.ເກົາຫຼີ ສົມທົບກັນຍູ້ແຮງການເຈລະຈາ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ, ລະງັບໃຈ ແລະ ເຄົາລົບກົດໝາຍສາກົນ, ລວມທັງ UNCLOS 1982…
        ສິ້ນສຸດກອງປະຊຸມ, ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ຮັບບົດບາດຜູ້ປະສານງານການພົວພັນລະຫວ່າງ ອາຊຽນ - ສ.ເກົາຫຼີ ໄລຍະ 2021 – 2024.
 (ແຫຼ່ງຄັດຈາກ VOV)

ພິທີຕ້ອນຮັບຢ່າງສົມກຽດ ສະຫາຍ ເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາ ທີ່ ນະຄອນຫຼວງ ວຽງຈັນ

ພິທີຕ້ອນຮັບຢ່າງສົມກຽດ ສະຫາຍ ເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາ ທີ່ ນະຄອນຫຼວງ ວຽງຈັນ

ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ໄດ້ເປັນປະທານໃນພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາ ທີ່ ນະຄອນຫຼວງ ວຽງຈັນ.

Top