• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດ​ງານ​ບຸນ​ແມ່​ນ້ຳ​ລຳ​ເຊ ນະ​ຄອ​ນ ໂຮ່​ຈີ​ມິນ

ຕອນຄ່ຳວັນທີ 9 ມິຖຸນາ, ຢູ່ນະຄອນ ໂຮ່ຈີມິນ, ງານບຸນແມ່ນ້ຳລຳເຊນະຄອນ ໂຮ່ຈີິມິນ ຄັ້ງທີ 2 ປີ 2024 ໄດ້ອັດລົງຢ່າງເປັນທາງການ ດ້ວຍລາຍການສະແດງ ໂດຣນ ສິລະປະ ແລະ ການສະແດງບັນດາກິດຈະກຳກິລາຢູ່ໜ້ານ້ຳ. ເຫດການດັ່ງກ່າວໄດ້ດຶງດູດປະຊາຊົນນັບພັນຄົນເຂົ້າຮ່ວມ.
ການເຄື່ອນໄຫວສະແດງ ໂດຣນ ຢູ່ທ້ອງຟ້າ ດຶງດູດການຮັບຊົມຂອງແຂກທ່ອງທ່ຽວເປັນຈຳນວນຫຼາຍ (ພາບ: ພະແນກວວັດທະນະທຳ, ກິລາ ແລະ ທ່ອງທ່ຽວນະຄອນ ໂຮ່ຈີມິນ)

ດ້ວຍຫົວຂໍ້ “ນະຄອນ ໂຮ່ຈີມິນ - ຍິບຍັບກັບສາຍນ້ຳ”, ມີເຄື່ອງງບິນບໍ່ມີຄົນຂັບ 1.100 ເຄື່ອງ ໄດ້ສ້າງເປັນຮູບພາບຫຼາກຫຼາຍສີສັນ ແລະ ເຕັມໄປດ້ວຍຄວາມໝາຍຢູ່ທ້ອງຟ້າ, ເຊັ່ນ: ພາບຕະຫຼາດ ເບັ໊ນແທ່ງ, ພາບຖ້ຽວກ່ຳປັ່ນປະຫວັດສາດ ທີ່ເຄີຍໄປ-ມາໃນແມ່ນ້ຳ ໄຊງ່ອນ. ນອກຈາກການເຄື່ອນໄຫວສະແດງ ໂດຣນ ຢູ່ທ້ອງຟ້າແລ້ວ, ປະຊາຊົນຍັງໄດ້ຮັບຊົມບັນດາລາຍການສະແດງມໍເຕີໄຊນ້ຳ, ວິນເຊີບ,… ມາຫຼີ້ນບຸນຄັ້ງນີ້, ອ້າຍ ຫງວຽນຈູງຮ໋ຽວ, ປະຊາຊົນນະຄອນ ໂຮ່ຈີມິນ ໄດ້ກ່າວຄວາມຮູ້ສຶກສູ່ຟັງວ່າ:

“ນີ້ແມ່ນຄັ້ງທຳອິດທີ່ຄອບຄົວຂ້າພະເຈົ້າເຂົ້າຮ່ວມບັນດາການເຄື່ອນໄຫວຂອງງານບຸນ, ລູກຂອງຂ້າພະເຈົ້າກໍມັກຫຼາຍ. ບັນດາການເຄື່ອນໄຫວຢູ່ທີ່ນີ້ແມ່ນທັນສະໄໝ ແລະ ມ່ວນຫຼາຍ, ເຊິ່ງເປັນຜະລິດຕະພັນໃໝ່ໃຫ້ແກ່ການທ່ອງທ່ຽວຂອງນະຄອນ. ປີນີ້, ຖ້ານະຄອນ ໂຮ່ຈີມິນ ສືບຕໍ່ຈັດງານບຸນນີ້ຂຶ້ນ, ຂ້າພະເຈົ້າເຊື່ອວ່າ ມັນອາດຈະໃຫຍ່ກວ່ານີ້ປີນີ້ອີກ.”

ໂດຍຈັດຂຶ້ນເປັນເວລາ 10 ວັນ, ງານບຸນແມ່ນ້ຳລຳເຊນະຄອນ ໂຮ່ຈີມິນ ປີ 2024 ໄດ້ດຳເນີນໄປຢ່າງຄຶກຄື້ນດ້ວຍເກືອບ 20 ກິດຈະກຳ ນັບທັງດ້ານວັດທະນະທຳ, ສິລະປະ, ເສດຖະກິດ ແລະ ກິລາ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top