• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດກອງປະຊຸມສະໄໝສາມັນເທື່ອທີ 5 - ສະພາແຫ່ງຊາດຊຸດທີ 14

      ໃນກອງປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍ 7 ສະບັບເພື່ອສືບຕໍ່ຫັນລັດຖະທຳມະນູນປີ 2013

ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຊຸດທີ 14 ໄດ້ອັດລົງໃນວັນທີ 15 ມິຖຸນາ
      ຕອນເຊົ້າວັນທີ 15 ມິຖຸນາ, ທີ່ສຳນັກງານສະພາແຫ່ງຊາດ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ສະພາແຫ່ງຊາດຊຸດທີ 14 ໄດ້ວາລະປິດກອງປະຊຸມສະໄໝສາມັນເທື່ອທີ 5. ກ່າວຄຳເຫັນນະພິທີ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໃຫ້ຮູ້ວ່າ: ໃນກອງປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍ 7 ສະບັບເພື່ອສືບຕໍ່ຫັນລັດຖະທຳມະນູນປີ 2013 ເປັນລະບອບລະບຽບການ, ປັບປຸງລະບົບກົດໝາຍກ່ຽວກັບການພັດທະນາເສດຖະກິດ, ສິດທິມະນຸດ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ, ການຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບໃຫ້ສົມບູນແບບ. ປະກອບຄຳເຫັນໃສ່ກົດໝາຍອື່ນ 9 ສະບັບ, ເປັນພື້ນຖານເພື່ອໃຫ້ບັນດາອົງການຮຽບຮຽງ, ອົງການກວດກາສືບຕໍ່ຄົ້ນຄ້ວາ ດັດປັບ, ປັບປຸງໃຫ້ສຳເລັດ ຍື່ນຕໍ່ສະພາແຫ່ງຊາດຮັບຮອງເອົາຢູ່ກອງປະຊຸມທີ່ຈະມາເຖິງ. ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໃຫ້ຮູ້ວ່າ:
        ບັນດາຮ່າງກົດໝາຍໄດ້ຮັບການພິຈາລະນາ, ໃຫ້ຄຳເຫັນ, ຮັບຮອງເອົາຢູ່ກອງປະຊຸມໄດ້ຮັບການປຶກສາຫາລື, ໂຕ້ວາທີຢ່າງກົງໄປກົງມາ, ມີຄວາມຮັບຜິດຊອບ, ມີພູມປັນຍາ, ມີຄວາມສຸດຈິດສຸດໃຈຈາກ ສສຊ, ສະແດງຄວາມເຫັນຢ່າງຈະແຈ້ງ ແລະ ຕັດສິນໃຈຮັບຮອງເອົາດ້ວຍອັດຕາບັດສະໜັບສະໜູນສູງ. ສຳລັບຮ່າງກົດໝາຍວ່າດ້ວຍຫົວໜ່ວຍປົກຄອງ - ເສດຖະກິດພິເສດ, ບົນພື້ນຖານຮັບເອົາຄຳເຫັນຢ່າງເຂັ້ມງວດຈາກ ສສຊ, ປະຊາຊົນທຸກຊັ້ນວັນນະ ແລະ ຜູ້ມີສິດເລືອກຕັ້ງ, ພາຍຫຼັງຄິດໄລ່ຊັ່ງຊາຫຼາຍດ້ານ, ສະພາແຫ່ງຊາດໄດ້ຕົກລົງດັດປັບເວລາຮັບຮອງເອົາກົດໝາຍສະບັບດັ່ງກ່າວຈາກກອງປະຊຸມຄັ້ງນີ້ ໄປສູ່ກອງປະຊຸມຄັ້ງທີ 6 ເພື່ອມີເວລາຄົ້ນຄ້ວາ, ປັບປຸງ, ຮັບປະກັນຄຸນນະທາດ, ລັກສະນະເປັນໄປໄດ້ຂອງຮ່າງກົດໝາຍສະບັບນີ້ຕື່ມອີກ.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top