• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັງກິດ, ເຢຍລະມັນ ຮຽກຮ້ອງການ “ຢຸດຍິງແບບຍືນຍົງ” ຢູ່ເຂດ ກາຊາ

ທ່ານລັດຖະມົນຕີການຕ່າງປະເທດ David Cameron ແລະ ທ່ານລັດຖະມົນຕີການຕ່າງປະເທດ Annalena Baerbock ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບສະພາບສາມັນຊົນຮັບບາດເຈັບ ແລະ ເສຍຊີວິດໃນການປະທະກັນຢູ່ເຂດ ກາຊາ
ມັດຊາໃຫຍ່ສະຫະປະຊາຊາດຊຸດທີ 78 ໄດ້ອະນຸມັດຜ່ານມະຕິຮຽກຮ້ອງການຢຸດຍິງເພື່ອມະນຸດສະທຳຢູ່ເຂດ ກາຊາ (ພາບປະກອບ: THX/TTXVN)

ວັນທີ 16 ທັນວາ, ທ່ານລັດຖະມົນຕີກາານຕ່າງປະເທດ ອັງກິດ David Cameron ແລະ ຄູ່ຕຳແໜ່ງ ເຢຍລະມັນ Annalena Baerbock ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງບັນລຸໄດ້ “ຄຳສັ່ງຢຸດຍິງແບບຍືນຍົງ” ຢູ່ເຂດ ກາຊາ. ໃນບົດຮຽນລວມທີ່ໄດ້ລົງພິມໃນໜັງສືພິມ Sunday Times, ທ່ານລັດຖະມົນຕີການຕ່າງປະເທດ David Cameron ແລະ ທ່ານລັດຖະມົນຕີການຕ່າງປະເທດ Annalena Baerbock ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບສະພາບສາມັນຊົນຮັບບາດເຈັບ ແລະ ເສຍຊີວິດໃນການປະທະກັນຢູ່ເຂດ ກາຊາ, ພ້ອມທັງຮຽກຮ້ອງໃຫ້ ອິດສະຣາແອັນ ຢຸດຕິບັນດາການບຸກໂຈມຕີໃນທັນທີ.

ກ່ອນໜ້ານັ້ນ, ວັນທີ 12 ທັນວາ, ສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 78 ໄດ້ອະນຸມັດຜ່ານມະຕິຮຽກຮ້ອງການຢຸດຍິງເພື່ອມະນຸດສະທຳຢູ່ເຂດ ກາຊາ ແລະ ປ່ອຍໃຫ້ຕົວປະກັນໂດຍບໍ່ມີເງື່ອນໄຂຕິດພ້ອມໃນທັນທີ. ອັງກິດ ໄດ້ປ່ອນບັດຂາວສຳລັບມະຕິດັ່ງກ່າວ. ມະຕິໂດຍ ອີຢິບ, ຕາງໜ້າໃຫ້ກຸ່ມບັນດາປະເທດ ອາຣັບ ອຸປະຖຳ ໄດ້ຮັບຮອງເອົາໃນສະພາບທີ່ການປະທະກັນລະຫວ່າງ ອິດສະຣາແອັນ ແລະ ຂະບວນການ ອິດສະລາມ ຮາມາດ ບໍ່ມີສັນຍານຫຼຸດລົງເທື່ອ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ

ພາຍ​ລັງ​ພິ​ທີ​ຕ້ອນ​ຮັບ, , ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ​ທ່ານ José Raúl Mulino ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສອງ​ປະ​ເທດ​ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ.

Top