• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັງກິດປາດຖະໜາຢາກຊຸກຍູ້ການພົວພັນຍຸດທະສາດກັບຫວຽດນາມ

      ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ພັດທະນາ ອັງກິດ Dominic Raab ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 29 – 30 ກັນຍາ 2020. 

ການເຈລະຈາລະຫວ່າງ  ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ  ແລະ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ພັດທະນາ ອັງກິດ Dominic Raab. (ພາບ: TTXVN)
      ໃນວັນທີ 30 ກັນຍາ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ມີການເຈລະຈາກັບທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ພັດທະນາ ອັງກິດ Dominic Raab. ສິ້ນສຸດການເຈລະຈາ, ສອງຝ່າຍໄດ້ອອກຖະແຫຼງການຮ່ວມ ກ່ຽວກັບ “ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ລາຊະອານາຈັກ ອັງກິດ, ກຳນົດທິດພັດທະນາໃນ 10 ປີຈະມາເຖິງ”.
            ສອງຝ່າຍໄດ້ໃຫ້ຄຳໝັ້ນສັນຍາຈະຊຸກຍູ້ການໂອ້ລົມສົນທະນາຂັ້ນສູງ ລະຫວ່າງ ການນຳສອງປະເທດ, ເຮັດໃຫ້ການພົວພັນທາງການຄ້າ ແລະ ການລົງທຶນລະຫວ່າງ ສອງຝ່າຍ ເລິກເຊິ່ງກ່ວາອີກ ແລະ ເດີນຕາມທິດການຄ້າ ແລະ ການລົງທຶນເປີດກ້ວາງກ່ວາຜ່ານການເຊື່ອມໂຍງເສດຖະກິດໃນທົ່ວໂລກ ແລະ ພາກພື້ນ, ພ້ອມທັງຍົກສູງລະບົບການຄ້າຫຼາຍຝ່າຍເປີດກ້ວາງ, ກວມລວມ, ໂປງໄສ ແລະ ອີງຕາມບັນດາຫຼັການທີ່ໄດ້ກຳນົດໄວ້ໃນ WTO. ສອງຝ່າຍໄດ້ຊຸກຍູ້ການຮ່ວມມືໃນການສຶກສາ, ບຳລຸງກໍ່ສ້າງການປະກອບອາຊີບ, ສືບຕໍ່ແລກປ່ຽນການຮ່ວມມືດ້ານປ້ອງກັນຊາດໃນນັ້ນໄດ້ບຸລິມະສິດໃນການເຄື່ອນໄຫວຮັກສາສັນຕິພາບ ສປຊ, ເສນາຮັກ, ບຳລຸງກໍ່ສ້າງ, ລວມມີພາສາອັງກິດ, ຄວາມໝັ້ນຄົງທາງທະເລ, ການສ້າງກຳລັງຄວາມສາມາດໃນການປະຕິບັດກົດໝາຍຢູ່ທະເລ, ການຮ່ວມມືອຸດສາຫະກຳປ້ອງກັນຊາດ, ການຮ່ວມມືກ່ຽວກັບແຜນທີ່ ແລະ ການວັດແທກຢູ່ທະເລ.
            ຫວຽດນາມ - ຊາລະອານາຈັກອັງກິດໄດ້ຢັ້ງຢືນຄືນໃໝ່ເຖິງຄວາມສຳຄັນຂອງການຮັກສາ ແລະຊຸກຍູ້ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມເສລີການເດີນເຮືອ ແລະ ການບິນ, ປະຕິບັດສົນທະສັນຍາຂອງ ສປຊກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS) ດ້ວຍເຈັດຕະຍາດີ, ແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີ, ບໍ່ນາບຂູ່ ຫຼືນຳໃຊ້ອາວຸດຫຼືເຄົາລົບວິວັດທະນາການທາງການທູດ ແລະ ນິຕິກຳ, ໂດຍອີງໃສ່ກົດໝາຍສາກົນ, ພິເສດແມ່ນ UNCLOS.
 (ແຫຼ່ງຄັດຈາກ VOV)
 
 

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕຳຫຼວດ​ທົ່ວ​ປະ​ເທດ​ຄັ້ງ​ທີ 81

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕຳຫຼວດ​ທົ່ວ​ປະ​ເທດ​ຄັ້ງ​ທີ 81

ໃນພາລະກິດແຫ່ງການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນທົ່ວສັງຄົມ, ພະນັກງານ, ນັກຮົບຕຳຫຼວດ ມີຄວາມກ້າຫານຕໍ່ສູ້, ກຽມພ້ອມເສຍສະຫຼະເພື່ອຄວາມສະຫງົບ, ຄວາມຜາສຸກຂອງປະຊາຊົນ.

Top