• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອະ​ນຸ​ມັດ​ຜ່ານ​ແຜນ​ຜັງ​ເຂ​ດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ

ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຈະມີລະດັບການເຕີບໂຕເສດຖະກິດສະເລ່ຍປະມານ 6,5% ຕໍ່ປີ, ເພີ່ມອັດຕາສ່ວນຜະລິດຕະພັນສິນໃນນ້ຳ, ໝາກໄມ້ ແລະ ຫຼຸດອັດຕາສ່ວນເຂົ້າສານລົງ.

ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຈະມີລະດັບການເຕີບໂຕເສດຖະກິດສະເລ່ຍປະມານ 6,5% ຕໍ່ປີ, ເພີ່ມອັດຕາສ່ວນຜະລິດຕະພັນສິນໃນນ້ຳ, ໝາກໄມ້ ແລະ ຫຼຸດອັດຕາສ່ວນເຂົ້າສານລົງ.

    

(ພາບປະກອບ:  baochinhphu.vn)

ບັນດາເນື້ອໃນທີ່ໜ້າສົນໃຈໃນແຜນຜັງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຮອດປີ 2030 ວິໄສທັດຮອດປີ 2050 ໂດຍລັດຖະບານຫາກໍອະນຸມັດຜ່ານ ລວມມີ ເຂດຈະກາຍເປັນສູນເສດຖະກິດກະສິກຳແບບຍືນຍົງ, ຂະຫຍັນຂັນເຄື່ອນ ແລະ ມີປະສິດທິຜົນສູງດ້ວຍມູນຄ່າເພີ່ມປະມານ 20 – 25% ໃນປີ 2030. ຫັນປ່ຽນໂຄງປະກອບການຜະລິດກະສິກຳແທດເໝາະ ກັບເງື່ອນໄຂທຳມະຊາດຕາມ 3 ອະນຸເຂດຊີວະພາບ ອີງຕາມແຫຼ່ງນ້ຳຈືດ, ນ້ຳເຄັມ ແລະ ນ້ຳກຣ່ອຍ.

     ກ່ຽວກັບການທ່ອງທ່ຽວ, ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຈະກາຍເປັນເຄື່ອງໝາຍສາກົນກ່ຽວກັບການທ່ອງທ່ຽວກະສິກຳ - ຊົນນະບົດ, ທ່ອງທ່ຽວຊີວະພາບ. ລົງທຶນກໍ່ສ້າງລະບົບໂຄງລ່າງ ແລະ ພື້ນຖານດ້ານວັດຖຸເຕັກນິກຮັບໃຊ້ການທ່ອງທ່ຽວຄົບຊຸດ, ເຊື່ອມຕໍ່ລະຫວ່າງເຂດ ແລະ ສະຖານທີ່ທ່ອງທ່ຽວພາຍໃນເຂດ, ລະຫວ່າງເຂດ ແລະ ສາກົນ ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງການພັດທະນາລະບັບທ່າເຮືອທ່ອງທ່ຽວໃນແມ່ນ້ຳຕ່ຽນ, ແມ່ນ້ຳ ເຮົ້າ ແລະ ທ່າທ່ອງທ່ຽວກ່ຳປັ່ນທະເລ ຢູ່ບັນດາແຂວງແຄມທະເລ. ສົ່ງເສີມພາກສ່ວນເສດຖະກິດເຂົ້າຮ່ວມການລົງທຶນພັດທະນາການທ່ອງທ່ຽວ. ເພີ່ມທະວີການບຳລຸງສ້າງວິຊາຊີບການບໍລິການທ່ອງທ່ຽວ, ປະກອບສ່ວນເຂົ້າໃນການຫັນປ່ຽນອາຊີບແບບຍືນຍົງໃຫ້ແກ່ແຮງງານເຂດຊົນນະບົດ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top