• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ແມ່ນການນຳສ້າງຂີດໝາຍໃນການປ່ຽນແປງໃໝ່

      ໃນຕະຫຼອດຊີວິດຂອງຕົນ, ທ່ານອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂດ໊ເມື່ອຍ ໄດ້ເຄື່ອນໄຫວຢ່າງບໍ່ຢຸດຢັ້ງເພື່ອເອກະລາດຂອງຊາດ, ເພື່ອຄວາມຜາສຸກຂອງປະຊາຊົນ ແລະ ການພັດທະນາຂອງປະເທດຊາດ.
 ເຖິງວ່າໄດ້ດຳລົງຕຳແໜ່ງໃດກໍ່ຕາມ, ຍາມໃດທ່ານກໍ່ແມ່ນບຸກຄົນມັກເຮັດມັກທຳ, ເວົ້າໄປຄຽງຄູ່ກັບການກະທຳ. ທ່ານແມ່ນການນຳທີ່ມີການກະທຳຕິດແທດກັບຕົວຈິງ, ມີຄວາມສະໜິດສະໜົມຜູກພັນກັບປະຊາຊົນ ແລະ ໄດ້ສ້າງຂີດໝາຍຫຼາຍຢ່າງໃນກິດຈະການປ່ຽນແປງໃໝ່ຂອງປະເທດຊາດ.

ທ່ານ ໂດ໊ເມື່ອຍ ແລະ ທ່ານ ໄກສອນ ພົມວິຫານ 
              ທ່ານ ເລຂາທິການໃຫຍ່ ໂດ໊ເມື່ອຍ ໄດ້ດຳລົງຫຼາຍຕຳແໜ່ງ, ຢູ່ຫຼາຍທ້ອງຖິ່ນທີ່ແຕກຕ່າງກັນ ແລະ ໄດ້ ຮັບການຝຶກຝົນຫຼໍ່ຫຼອມຜ່ານໄລຍະຕໍ່ສູ້ກູ້ຊາດ; ເຄີຍຖືກສັດຕູຈັບຕົວ ແລະ ກັກຂັງ, ເຄີຍເຂົ້າຮ່ວມການສ້າງອຳນາດການປົກຄອງ, ເຄີຍນຳພາຂະບວນການປະຕິວັດຢູ່ຫຼາຍທ້ອງຖິ່ນ. ໃນຕຳແໜ່ງໃດ ທ່ານກໍ່ເຮັດລ້ອນໜ້າທີ່ໄດ້ຮັບມອບໝາຍເປັນຢ່າງດີ. ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ໄດ້ເຂົ້າເປັນສະມາຊິກສະພາລັດຖະມົນຕີເປັນເວລາ 19 ປີ, ນັບແຕ່ໄລຍະເວລາເປັນລັດຖະມົນຕີກະຊວງກໍ່ສ້າງ, ລັດຖະມົນຕີກະຊວງການຄ້າ, ຫົວໜ້າຄະນະກຳມະການຄວບຄຸມລາຄາສິນຄ້າແຫ່ງລັດ. ທ່ານດຳລົງຕຳແໜ່ງເປັນປະທານສະພາລັດຖະມົນຕີເປັນເວລາ 3 ປີ; ເປັນກຳມະການກົມການເມືອງ 5 ສະໄໝ; ເປັນຜູ້ປະຈຳການຄະນະເລຂາ, ເລຂາທິການໃຫຍ່, ເປັນທີ່ປຶກສາຄະນະບໍລິຫານງານສູນກາງພັກ. ດ້ວຍກຳລັງຄວາມສາມາດໃນການຈັດຕັ້ງ, ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ໄດ້ສ້າງຂີດໝາຍໃນຫຼາຍກິດຈະກຳຫັນປະເທດເປັນປະເທດອຸດສາຫະກຳໃນໄລຍະທີ່ປະເທດຊາດປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຄື: ໂຄງການໄຟຟ້າໃຊ້ພະລັງຄວາມຮ້ອນ ອວງບີ໊, ຝາລ້າຍ, ໄຟຟ້ານ້ຳຕົກຮ່ວາບີ່ງ ຫຼື ກິດຈະກຳກໍ່ສ້າງສຸສານປະທານໂຮ່ຈີມິນ. ກິດຈະກຳທັງໝົດເຫຼົ່ານັ້ນ ລ້ວນແຕ່ເສີມຂະຫຍາຍການປະກອບສ່ວນສຳຄັນເຂົ້າໃນການພັດທະນາຂອງປະເທດຊາດຢ່າງມີປະສິດທິຜົນ. ປະຊາຊົນຫຼາຍຄົນໄດ້ຄິດຮອດຄິດເຖິງທ່ານເຊິ່ງເປັນການນຳທີ່ນຳໜ້າໃນກິດຈະການປ່ຽນແປງໃໝ່, ມີຄວາມສຸດຈິດສຸດໃຈ, ບໍລິສຸດຜຸດຜ່ອງ, ສະໜິດສະໜົມກັບມະຫາຊົນ, ຕິດແທດກັບພຶດຕິກຳຕົວຈິງ, ເວົ້າໄປຄຽງຄູ່ກັບການກະທຳ. ທ່ານ ຟ້າມຮືວຮ່ວາ, ຊາວເມືອງ ຮາຍບ່າຈຶງ, ສະແດງຄວາມເຫັນວ່າ:
        ຂ້າພະເຈົ້າມີຄວາມປະທັບໃຈ 3 ຢ່າງກ່ຽວກັບທ່ານ ໂດ໊ເມື່ອຍ. ທີ່ໜຶ່ງ, ທ່ານເປັນຜູ້ດຳລົງຊີວິດຢ່າງປອດໃສ, ທີສອງ, ທ່ານຮູ້ນຳໃຊ້ຖືກຄົນຖືກວຽກ. ໃນໄລຍະທີ່ປະເທດຊາດປະສົບກັບຄວາມຫຍຸ້ງຍາກ ດັ່ງນັ້ນ ທ່ານຈຶ່ງສາມາດນຳປະເທດຊາດຜ່ານຜ່າຄວາມຫຍຸ້ງຍາກລຳບາກນີ້ໄປໄດ້. ທີສາມ ແມ່ນ, ຕໍ່ກັບບັນດາຄຳເຫັນທີ່ແຕກຕ່າງກັນນັ້ນ, ທ່ານກ້າຍອມຮັບ, ໝາຍຄວາມວ່າທ່ານກ້າຜ່ານຜ່າ. ນັ້ນແມ່ນສິ່ງທີ່ລ້ຳຄ່າທີ່ສຸດ.
        ເມື່ອຕີລາຄາກ່ຽວກັບບັນດາການປະກອບສ່ວນຂອງທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ໃນໄລຍະທີ່ ຫວຽດນາມ ພວມປະຕິບັດກິດຈະການປ່ຽນແປງໃໝ່ໃນທ້າຍຊຸມປີ 1980, ຫາງສຽງສາກົນເຄີຍຮັບຮູ້ວ່າ: ທ່ານ ໂດ໊ເມື່ອຍ ໄດ້ດຳລົງຕຳແໜ່ງເປັນເລຂາທິການໃຫຍ່ໃນໄລຍະເວລາທີ່ສະພາບການໂລກ ແລະ ພາຍໃນປະເທດປະສົບກັບຄວາມຫຍຸ້ງຍາກ ທັງດ້ານການເມືອງ ແລະ ເສດຖະກິດ. ແຕ່ດ້ວຍຈັນຍາບັນຂອງການເປັນຜູ້ນຳ, ໃນຖານະຕຳແໜ່ງເປັນເລຂາທິການໃຫຍ່, ທ່ານໄດ້ນຳພາປະເທດຊາດຜ່ານຜ່າໄລຍະຫຍຸ້ງຍາກລຳບາກນີ້ໄດ້ຢ່າງສະຫງ່າຜ່າເຜີຍ. ໃນເວລາທີ່ທ່ານ ໂດ໊ເມື່ອຍ ເປັນເລຂາທິການໃຫຍ່ ກໍ່ແມ່ນໄລຍະເວລາທີ່ ຫວຽດນາມ ໄດ້ສ້າງຂີດໝາຍປະຫວັດສາດມີຄວາມໝາຍຍຸດທະສາດເປັນຕາຍຫຼາຍຢ່າງ ແລະ ບັນລຸໄດ້ບັນດາບາດກ້າວທີ່ບໍ່ເຄີຍມີມາກ່ອນກ່ຽວກັບຍຸດທະສາດການຕ່າງປະເທດ, ຄືເຂົ້າຮ່ວມ ອາຊຽນ, ລົງນາມໃນສັນຍາຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານກັບສະຫະພາບ ເອີລົບ (EU), ສ້າງການພົວພັນກັບ ອາເມລິກາ ເປັນປົກກະຕິ… ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ໄດ້ເປີດອອກໄລຍະໃໝ່ໃຫ້ແກ່ຂະແໜງການພົວພັນຕ່າງປະເທດ ຫວຽດນາມ, ເຮັດໃຫ້ພາບພົດຂອງ ຫວຽດນາມ ພົ້ນເດັ່ນຂຶ້ນໃນເວທີສາກົນ.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ P4G ໃນປີ 2025

ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ P4G ໃນປີ 2025

ກອງປະຊຸມໂດຍລັດຖະບານ Colombia ຈັດຕັ້ງຂຶ້ນ, ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານ 500 ທ່ານມາຈາກ 12 ປະເທດ ແລະ ບັນດາອົງການຄູ່ຮ່ວມມືຂອງ P4G.

Top