ຕອນເຊົ້າວັນທີ 13 ກໍລະກົດ, ຢູ່ຮ່າໂນ້ຍ, ຫໍພິພິທະພັນປະຫວັດສາດການທະຫານ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອ(17/7/1956 - 17/7/2026) ແລະ ຕ້ອນຮັບຫຼຽນໄຊປົກປັກຮັກສາປະເທດຊາດ ລະດັບສາມ. ທ່ານພົນເອກ ຫງວຽນຈ້ອງເຫງ້ຍ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ເຂົ້າຮ່ວມ, ຊີ້ນຳທີ່ພິທີ. ກ່ອນນີ້ 70 ປີ, ວັນທີ 17 ກໍລະກົດ 1956, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ໄດ້ອອກຂໍ້ຕົກລົງສ້າງຕັ້ງຄະນະກໍ່ສ້າງຫໍພິພິທະພັນການທະຫານ, ຊື່ເກົ່າຂອງຫໍພິພິທະຕັນປະຫວັດສາດການທະຫານ ຫວຽດນາມ. 70 ປີຜ່ານມາ, ພາຍໃຕ້ການຊີ້ນຳ, ນຳພາຂອງຄະນະພັກກອງທັບສູນກາງ, ກະຊວງປ້ອງກັນປະເທດ, ໂດຍກົງແມ່ນຫົວໜ້າກົມໃຫຍ່ການເມືອງ, ຄະນະພັກ, ຄະນະອຳນວຍການຫໍພິພິຕະພັນພ້ອມກັບພະນັກງານ, ພາລະກອນກົມກອງຫຼາຍລຸ້ນຄົນ ຍາມໃດກໍ່ມານະພະຍາຍາມ, ສູ້ຊົນປະຕິບັດສຳເລັດທຸກໜ້າທີ່ໄດ້ຮັບການມອບໝາຍ, ສ້າງຫໍພິພິທະພັນປະຫວັດສາດການທະຫານ ຫວຽດນາມ ມີການພັດທະນາເທື່ອລະກ້າວກ່ຽວກັບໂຄງປະກອບ, ການຈັດຕັ້ງ, ບົດບາດໜ້າທີ່; ກາຍເປັນອົງການວັດທະນະທຳຫຼາຍຮູບແບບ, ສັງລວມ, ດີເດັ່ນພິເສດຂອງກອງທັບ ແລະ ປະເທດຊາດ.






