• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັດຕະຄານຢູ່ ບາງກອກ ຖືກໄຟໄໝ້: ຈຳນວນຜູ້ຮັບບາດເຈັບ, ເສຍຊີວິດເພີ່ມຂຶ້ນ 90 ຄົນ

ພັດຕະຄານຢູ່ ບາງກອກ ຖືກໄຟໄໝ້: ຈຳນວນຜູ້ຮັບບາດເຈັບ, ເສຍຊີວິດເພີ່ມຂຶ້ນ 90 ຄົນ
ສະຖານທີ່ເກີດເຫດໄຟໄໝ້ຮ້ານເຫຼົ້າ ຢູ່ ບາງກອກ, ປະເທດ ໄທ ວັນທີ 13 ກໍລະກົດ 2026. ພາບ: ຊິນຮົວ/VNA

ໄຟ​ໄໝ້​ເກີດ​ຂຶ້​ນ​ຢ່າງ​ຮ້າຍ​ແຮງ​ຢູ່​​ພັດ​ຕະ​ຄານ​ໜຶ່ງ​ທີ່​ນະ​ຄ​ອນ​ຫຼວງ ບາງກອກ, ປະ​ເທດ ໄທ, ໃນ​ຕອນ​ເຊົ້າ​ວັນ​ທີ 13 ກໍ​ລະ​ກົດ, ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 90 ຄົນ​​ຮັບ​ບາດ​ເຈັບ ແລະ ເສຍ​ຊີ​ວິດ. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດ​າ​ຄວາມ​ເສຍ​ຫາຍ​ໃຫຍ່​ທາງ​ຊີ​ວິດ​ອິນ​ຊີ​ຮ້າຍ​ແຮງ​ທີ່​ສຸດ​ຢູ່ນ​ະ​ຄ​ອນ​ຫຼວງ ບາງກອກ ໃນ​ຊຸມ​ປີມໍ່ໆ​ມານີ້. ໄຟ​ໄໝ້​ເກີດ​ຂຶ້​ນ​ໃນ​ເວ​ລາ​ປະ​ມານ 0 ໂມງ 02 ນາ​ທີ, ວັນ​ທີ 13 ກໍ​ລະ​ກົດ, ຢູ່​ພັດ​ຕະ​ຄານ Rong Beer Na Lat Phrao, ເມືອງ Chatuchak, ຈຸດ​ເວ​ລາ​ຢູ່​ໃນ​ຮ້ານ​ມີ​ແຂກ​ເປັນ​ຈຳ​ນວນ​ຫຼາຍ.

ມາ​ຮອດ​ປ​ະ​ຈຸ​ບັນ, ເຫ​ດ​ໄຟ​ໄໝ້​ເຮັດ​ໃຫ້​ມີ 27 ຄົນ​ເສຍ​ຊີ​ວິດ ແລະ 63 ຄົນ​ຮັບ​ບາດ​ເຈັບ, ໃນ​ນັ້ນ​ມີ 22 ຄົນ​ເຈັບ​ໜັກ. ກຳ​ລັງ​ດັບ​ເພິງ​ໄດ້​ມາ​ຮອດພາຍ​ຫຼັງ​ເກີດ​ໄຟ​ໄໝ້​ໃນ​ເວ​ລາ​ພຽງ 5 ນາ​ທີ​ພາຍ​ຫຼັງ​ໄດ້​ຮັບ​ແຈ້ງ​ເກີດ​ເຫດ.

(ແຫຼ່ງຄັດຈາກ VOV)

FIFA ຊັ່ງຊາເລື່ອງເປີດກວ້າງ World Cup ຂຶ້ນເປັນ 64 ທິມ

FIFA ຊັ່ງຊາເລື່ອງເປີດກວ້າງ World Cup ຂຶ້ນເປັນ 64 ທິມ

ຕາມການສະເໜີຂອງ World Cup ຈະເພີ່ມຂຶ້ນ 16 ທິມ ເມື່ອທຽບໃສ່ 48 ທິມທີ່ຈະເລີ່ມນຳໃຊ້ໃນ World Cup 2026, ເຊິ່ງເຄີຍໄດ້ຮັບຖືວ່າໄດ້ຮັບການເປີດກວ້າງຈາກ 32 ທິນກ່ອນນີ້.

Top