• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

FIFA ຊັ່ງຊາເລື່ອງເປີດກວ້າງ World Cup ຂຶ້ນເປັນ 64 ທິມ

ຕາມການສະເໜີຂອງ World Cup ຈະເພີ່ມຂຶ້ນ 16 ທິມ ເມື່ອທຽບໃສ່ 48 ທິມທີ່ຈະເລີ່ມນຳໃຊ້ໃນ World Cup 2026, ເຊິ່ງເຄີຍໄດ້ຮັບຖືວ່າໄດ້ຮັບການເປີດກວ້າງຈາກ 32 ທິນກ່ອນນີ້.
  ອາຊັງຕີນ ຍາດໄດ້ໄຊຊະນະຢ່າງຂາດຂັ້ນ ຕໍ່ ສະວິດ ເພື່ອຜ່ານເຂົ້າສູ່ຮອບຮອງຊະນະເລີດ. (ພາບ: ຊິນຮົວ/VNA)  

ທ່ານ Gianni Infantino, ປະ​ທານ​ສະ​ຫະ​ພັນ​ບານ​ເຕະ​ໂລກ (FIFA) ຢັ້ງ​ຢືນຈະ​ພິ​ຈາ​ລະ​ນາ​ຍົກ​ຈຳ​ນວນ​ທິມ​ບານ​ເຕະ​ເຂົ້າ​ຮ່ວມການ​ແຂ່ງ​ຂັນ​ຂຶ້​ນ​ເປັນ 64 ທິມ ນັບ​ແຕ່​ການ​ແຂ່ງ​ຂັນ World Cup 2030. ຕາມ​ການ​ສະ​ເໜີ​ຂອງ World Cup ຈະ​ເພີ່ມ​ຂຶ້​ນ 16 ທິ​ມ ເມື່ອ​ທຽບ​ໃສ່ 48 ທິມ​ທີ່​ຈະ​ເລີ່ມ​ນຳ​ໃຊ້​ໃນ World Cup 2026, ເຊິ່ງ​ເຄີຍ​ໄດ້​ຮັບ​ຖື​ວ່າ​ໄດ້​ຮັບ​ການ​ເປີດກວ້າງ​ຈາກ 32 ທິນ​ກ່ອນນີ້.

ທ່ານ Gianni Infantino ເນັ້​ນ​ໜັກ​ວ່າ ເລື​່​ອງ​ເປີດກວ້າງ​ຂອບ​ເຂດ​ດ້ວຍ​ເປົ້າ​ໝາຍ​ຊ່ວຍ​ໃຫ້ World Cup ​ຈະ​ຮອບ​ດ້ານກວ່າ. World Cup ແມ່ນ​ງານ​ແຂ່ງ​ຂັນ​ຂອງ​ທົ່ວ​ໂລກ, ບໍ່​ພຽງ​ແຕ່​ຂອງ ເອີ​ລົບ ຫຼື ອາ​ເມ​ລິ​ກາ​ໃຕ້. ຖ້າບໍ່​ມອບ​ໂອ​ກາດ​ໃຫ້​ບັນ​ດາ​ປະ​ເທດ​ນ້ອຍ​ເຂົ້​າ​ຮ່ວ​ມ World Cup, ເຂົາ​ເຈົ້າ​ຈະ​​ຂາດ​ກຳ​ລັງ​ໜູນ​ເພື່ອ​ສືບ​ຕໍ່​ພັດ​ທະ​ນາ.

ຄາດ​ວ່າ World Cup 2030 ຈະ​ໄດ້​ຈັດ​ຂຶ້​ນ​ຢູ່ 6 ປະ​ເທດ, ຂຶ້ນ​ກັບ 3 ທະ​ວີບ. ຢູ​ຣຸ​ກວາຍ, ອາກ​ຊັງ​ຕິນ ແລະ ປາ​ຣາກວາຍ ຈະ​ເປັນ​ເຈົ້າ​ພາບ​ຈັດ​ນັດ​ແຂ່ງ​ຂັນ​ເປີດ.

# ຢັ້ງ​ຢືນ 4 ທິມ​ເຂົ້າ​ຮອບຊະ​ນະ​ເລີດ World Cup 2026

ພາຍ​ຫຼັງ​ການ​ແຂ່ງ​ຂັນ​ນັດຮອບ 4 ທິມ​ໃນ​ວັນ​ທີ 11 ກໍ​ລະ​ກົດ, ງານ​ແຂ່ງ​ຂັນ World Cup 2026 ໄດ້​ຢັ້ງ​ຢືນ 4 ທິມ​ເຂົ້າ​ແຂ່ງ​ຂັນ​ຮອບ ຊະ​ນະ​ເລີດ, ແບ່ງ​ເປັນ 2 ຄູ່​ແຂ່ງ​ຂັນ, ລວມ​ມີ: ຝ​ລັ່ງ - ແອັດ​ສະ​ປາຍ ແລະ ອັງ​ກິດ - ອາກ​ຊັງ​ຕິນ.

(ແຫຼ່ງຄັດຈາກ VOV)

ພັດຕະຄານຢູ່ ບາງກອກ ຖືກໄຟໄໝ້: ຈຳນວນຜູ້ຮັບບາດເຈັບ, ເສຍຊີວິດເພີ່ມຂຶ້ນ 90 ຄົນ

ພັດຕະຄານຢູ່ ບາງກອກ ຖືກໄຟໄໝ້: ຈຳນວນຜູ້ຮັບບາດເຈັບ, ເສຍຊີວິດເພີ່ມຂຶ້ນ 90 ຄົນ

ພັດຕະຄານຢູ່ ບາງກອກ ຖືກໄຟໄໝ້: ຈຳນວນຜູ້ຮັບບາດເຈັບ, ເສຍຊີວິດເພີ່ມຂຶ້ນ 90 ຄົນ

Top