• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ປະ​ເທດອາ​ຊຽນ ຊຸກ​ຍູ້​ມາດ​ຕະ​ການ​ແທດ​ຈິງ​ໃຫ້​ແກ່​ບັນ​ດາ​ບັນ​ຫາ ມຽນ​ມາ

ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ໄດ້​ຢັ້ງ​ຢືນ​ຈະ​ສືບ​ຕໍ່​ຮັກ​ສາ​ການ​ໂອ້​ລົມ​ສົນ​ທະ​ນາ ກັບ​ຜູ້​ຕາ​ງ​ໜ້າ​ອຳ​ນາດ​ການ​ປົກ​ຄອງ ມຽນ​ມາ, ໜູນ​ຊ່ວຍ​ຊອກ​ຫາ​ມາດ​ຕະ​ການ​ຍາວ​ນານ​ໂດຍ ມຽນ​ມາ​ເປັນ​ເຈົ້າ ແລະ ນຳ​ພາ, ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ ແບບ​ຍືນ​ຍົງ ໃຫ້​ແກ່​ປະ​ຊາ​ຊົນ​ກໍ່​ຄື​ທົ່ວ​ພາກ​ພື້ນ.
  ການ​ພົບ​ປະ​ບໍ່​ເປັນ​ທາງ​ການ​ລະ​ຫວ່າງ​ບັນ​ດາ​ລັດ​ຖະ​ມົນ​ຕີ​ອາຊຽນ ກັບ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ມຽນ​ມາ (ພາບ: VNA)  

ວັນ​ທີ 12 ກໍ​ລະ​ກົດ, ຢູ່​ນະ​ຄອນຫຼວງ ບາງກອກ ຂອງ​ໄທ, ໄດ້​ດຳ​ເນີນ​ການ​ພົ​ບ​ປະ​ບໍ່​ເປັນ​ທາງ​ການ​ລະ​ຫວ່າ​ງ​ບັນ​ດາ​ລັດ​ຖະ​ມົນ​ຕີ​ກະ​ຊວງ​​ການ​ຕ່າງ​ປະ​ເທດ ອາ​ຊຽນ ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ມຽນ​ມາ, ພາຍ​ໃຕ້​ກາ​ນ​ເປັນ​ປະ​ທານ​ຂອງ​ທ່ານນາງ​ Maria Theresa P. Lazaro ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟີ​ລິບ​ປິນ, ປະ​ເທດ​ປະ​ທານ ອາ​ຊຽນ 2026.

ທີ່​ການ​ພົບ​ປະ​, ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ໄດ້​ຢັ້ງ​ຢືນ​ຈະ​ສືບ​ຕໍ່​ຮັກ​ສາ​ການ​ໂອ້​ລົມ​ສົນ​ທະ​ນາ ກັບ​ຜູ້​ຕາ​ງ​ໜ້າ​ອຳ​ນາດ​ການ​ປົກ​ຄອງ ມຽນ​ມາ, ໜູນ​ຊ່ວຍ​ຊອກ​ຫາ​ມາດ​ຕະ​ການ​ຍາວ​ນານ​ໂດຍ ມຽນ​ມາ​ເປັນ​ເຈົ້າ ແລະ ນຳ​ພາ, ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ ແບບ​ຍືນ​ຍົງ ໃຫ້​ແກ່​ປະ​ຊາ​ຊົນ​ກໍ່​ຄື​ທົ່ວ​ພາກ​ພື້ນ.

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ເລ​ຮ່​ວາຍ​ຈຸງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຢັ້ງ​ຢືນ​ວ່າ ຫວຽດ​ນາມ​ ມີ​ຄວາມ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຖື ມຽນ​ມາ​ແມ່ນ​ສະ​ມາ​ຊິກ​ອາ​ຊຽນ ແລະ ຄວ​າມ​ເຫັນ​ດີ​ເຫັນ​ພ້ອມ 5 ​ຂໍ້​ແມ່ນ​ຂອບ​ເຂດ​ສຳ​ຄັນ​ທີ່​ສຸດ. ທ່ານ​ລັດ​ຖະ​ມົນ​ຕີ​ການ ເລ​ຮ່​ວາຍ​ຈຸງ ຖື​ວ່າ ໄປ​ຄຽງ​ຄູ່​ກັບ​ການ​ປະ​ຕິ​ບັດ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ 5 ຂໍ້, ອາ​ຊຽນ​ຕ້ອງ​ມີ​ບາດ​ກ້າວ​ລະ​ອຽດ, ແທ້​ຈິງກວ່າ, ພິ​ເສດ​ໃຫ້​ບຸ​ລິ​ມະ​ສິດ​ຮັກ​ສາ​ການ​ພົບ​ປະ, ໂອ້​ລົມ​ສົນ​ທະ​ນາ​ໂດຍ​ກົງ​ເປັນ​ປະ​ຈຳ​ເພື່ອ​ອັດ​ເດັດ​ສະ​ພາບ​ການ ແລະ ຊຸກ​ຍູ້​ຄວາມ​ຄືບ​ໜ້າ​ຢ່າງ​ແທ້​ຈິງ. ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເລ​ຮ່​ວາຍ​ຈຸງ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ສົມ​ທົບ​ກັບ​ປະ​ທານ ອາ​ຊຽນ 2026 ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຢ່າງ​ແໜ້ນ​ແຟ້ນ​ເພື່​ອ​ໜູນ​ຊ່ວຍ​ມຽນ​ມາ ຟື້ນ​ຟູ​ເສດ​ຖະ​ກິດ, ແກ້​ໄຂ​ບັນ​ດາ​ບັນ​ຫາ​ສັງ​ຄົມ, ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ ແລະ ອະ​ນຸ​ພາກ​ພື້ນ, ປະ​ກອບ​ສ່ວນ​ແທ້​ຈິງ​ເຂົ້າ​ວິ​ວັດ​ການ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ.

(ແຫຼ່ງຄັດຈາກ VOV)

ກຳ​ນົດ​ວັດ​ທະ​ນະ​ທຳ​ແມ່ນ​ພື້ນ​ຖານ​ດ້ານ​ຈິດ​ໃຈ​ຂອງ​ສັງ​ຄົມ

ກຳ​ນົດ​ວັດ​ທະ​ນະ​ທຳ​ແມ່ນ​ພື້ນ​ຖານ​ດ້ານ​ຈິດ​ໃຈ​ຂອງ​ສັງ​ຄົມ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຊີ້​ແຈ້ງວ່າ​ຕ້ອງ​ຫັນ​ປ່ຽນ​ຈິນ​ຕະ​ນາ​ການ​ຖື​ວັດ​ທະ​ນະ​ທຳ​ແມ່ນ​ຂົງ​ເຂດ​ພັດ​ທະ​ນາ ໄປ​ຍັງ​ການ​ກຳ​ນົດ​ວັດ​ທະ​ນະ​ທຳ​ແມ່ນ​ພື້ນ​ຖານ​ດ້ານ​ຈິດ​ໃຈ​ຂອງ​ສັງ​ຄົມ

Top