ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ຢັ້ງຢືນຈະສືບຕໍ່ຮັກສາການໂອ້ລົມສົນທະນາ ກັບຜູ້ຕາງໜ້າອຳນາດການປົກຄອງ ມຽນມາ, ໜູນຊ່ວຍຊອກຫາມາດຕະການຍາວນານໂດຍ ມຽນມາເປັນເຈົ້າ ແລະ ນຳພາ, ເພື່ອເປົ້າໝາຍສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ ແບບຍືນຍົງ ໃຫ້ແກ່ປະຊາຊົນກໍ່ຄືທົ່ວພາກພື້ນ.
ການພົບປະບໍ່ເປັນທາງການລະຫວ່າງບັນດາລັດຖະມົນຕີອາຊຽນ ກັບ ລັດຖະມົນຕີການຕ່າງປະເທດ ມຽນມາ (ພາບ: VNA)
ວັນທີ 12 ກໍລະກົດ, ຢູ່ນະຄອນຫຼວງ ບາງກອກ ຂອງໄທ, ໄດ້ດຳເນີນການພົບປະບໍ່ເປັນທາງການລະຫວ່າງບັນດາລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ກັບລັດຖະມົນຕີການຕ່າງປະເທດ ມຽນມາ, ພາຍໃຕ້ການເປັນປະທານຂອງທ່ານນາງ Maria Theresa P. Lazaro ລັດຖະມົນຕີການຕ່າງປະເທດ ຟີລິບປິນ, ປະເທດປະທານ ອາຊຽນ 2026.
ທີ່ການພົບປະ, ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ຢັ້ງຢືນຈະສືບຕໍ່ຮັກສາການໂອ້ລົມສົນທະນາ ກັບຜູ້ຕາງໜ້າອຳນາດການປົກຄອງ ມຽນມາ, ໜູນຊ່ວຍຊອກຫາມາດຕະການຍາວນານໂດຍ ມຽນມາເປັນເຈົ້າ ແລະ ນຳພາ, ເພື່ອເປົ້າໝາຍສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ ແບບຍືນຍົງ ໃຫ້ແກ່ປະຊາຊົນກໍ່ຄືທົ່ວພາກພື້ນ.
ກ່າວຄຳເຫັນທີ່ການພົບປະ, ທ່ານເລຮ່ວາຍຈຸງ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍຖື ມຽນມາແມ່ນສະມາຊິກອາຊຽນ ແລະ ຄວາມເຫັນດີເຫັນພ້ອມ 5 ຂໍ້ແມ່ນຂອບເຂດສຳຄັນທີ່ສຸດ. ທ່ານລັດຖະມົນຕີການ ເລຮ່ວາຍຈຸງ ຖືວ່າ ໄປຄຽງຄູ່ກັບການປະຕິບັດຄວາມເຫັນດີເຫັນພ້ອມ 5 ຂໍ້, ອາຊຽນຕ້ອງມີບາດກ້າວລະອຽດ, ແທ້ຈິງກວ່າ, ພິເສດໃຫ້ບຸລິມະສິດຮັກສາການພົບປະ, ໂອ້ລົມສົນທະນາໂດຍກົງເປັນປະຈຳເພື່ອອັດເດັດສະພາບການ ແລະ ຊຸກຍູ້ຄວາມຄືບໜ້າຢ່າງແທ້ຈິງ. ທ່ານລັດຖະມົນຕີການຕ່າງປະເທດ ເລຮ່ວາຍຈຸງ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະສົມທົບກັບປະທານ ອາຊຽນ 2026 ແລະ ບັນດາປະເທດສະມາຊິກຢ່າງແໜ້ນແຟ້ນເພື່ອໜູນຊ່ວຍມຽນມາ ຟື້ນຟູເສດຖະກິດ, ແກ້ໄຂບັນດາບັນຫາສັງຄົມ, ຊຸກຍູ້ການຮ່ວມມືສອງຝ່າຍ ແລະ ອະນຸພາກພື້ນ, ປະກອບສ່ວນແທ້ຈິງເຂົ້າວິວັດການສ້າງປະຊາຄົມອາຊຽນ.