ຂ່າວສານ
ຫໍພິພິທະພັນຊົນເຜົ່າວິທະຍາຫວຽດນາມ ຈັດຕັ້ງບັນດາການເຄື່ອນໄຫວທີ່ມີຄວາມໝາຍເນື່ອງໃນໂອກາດວັນເດັກສາກົນ 01 ມິຖຸນາ

(ບັນດາເດັກນ້ອຍຈະໄດ້ເຂົ້າຮ່ວມພຶດຕິກຳຕົວຈິງ)
ເຂົ້າຮ່ວມລາຍການດັ່ງກ່າວ, ບັນດາເດັກນ້ອຍຈະໄດ້ເຂົ້າຮ່ວມພຶດຕິກຳຕົວຈິງຄື: ຊອກຮູ້ທຸງຊາດ, ສະກຸນເງິນຕາ ແລະ ນະຄອນຫຼວງຂອງບັນດາປະເທດ; ແຕ້ມພາບມໍລະດົກວັດທະນະທຳ ແລະ ວັດຖຸພັນຈຳນວນໜຶ່ງ. ຄຽງຂ້າງນັ້ນ, ພວກນ້ອງຍັງໄດ້ເຂົ້າຮ່ວມບັນດາການລະຫຼິ້ນໃຊ້ສະໝອງ. ພິເສດ, ຫໍພິພິທະພັນຊົນເຜົ່າວິທະຍາຫວຽດນາມ ບໍ່ເກັບຄ່າຜ່ານປະຕູສຳລັບບັນດາເດັກພິການເນື່ອງໃນໂອກາດນີ້ອີກດ້ວຍ.
(ແຫຼ່ງຄັດຈາກ VOV)