• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫຼາຍ​ປະ​ເທດ​ຮັດ​ແໜ້ນ​ການ​ຄວບ​ຄຸມ​ຄົ​ນເຂົ້າ​ເມືອງ ເພື່ອ​ຮັບ​ມື​ກັບ​ເຊື້ອ​ໄວ​ຣັດ​ກາຍ​ພັ​ນ Omicron

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 30 ພະຈິກ (ຕາມເວລາ UTC), ທົ່ວໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 262.323.382 ຄົນ, ໃນນັ້ນມີຜູ້ເສຍຊີວິດ 5.223.837 ຄົນ.
ເຊື້ອໄວລັດສາຍພັນໃໝ່  Omicron (B.1.1.529) ພວມສ້າງຄວາມວິຕົກກັງວົນໃນທົ່ວໂລກ
 

ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອໃໝ່ຫຼາຍທີ່ສຸດໃນ 24 ຊົ່ວໂມງຜ່ານມາ ແມ່ນ 53.774 ຄົນ ແລະ ຜູ້ເສຍຊີວິດ 312 ຄົນ. ຕໍ່ໜ້າການປະກົດຂຶ້ນຂອງ ເຊື້ອໄວຣັດກາຍພັນ Omicron, ທ່ານປະທານາທິບໍດີ ອາເມລິກາ Joe Biden ໃຫ້ກຳລັງໃຈປະຊາຊົນ ເມື່ອ ປະກາດວ່າ ພື້ນຖານເສດຖະກິດໃຫຍ່ທີ່ສຸດ ໂລກ ໄດ້ກຽມພ້ອມການຮັບມືກັບເຊື້ອໄວຣັດກາຍພັນ ນີ້, ພ້ອມທັງໃຫ້ຄຳໝັ້ນສັນຍາຈະຍູ້ໄວການຜະລິດວັກຊິນທຸກຊະນິດໂດຍໄວ ຖ້າມີຄວາມຈຳເປັນ. ອາເມລິກາ ໄດ້ຈັດວາງຄຳສັ່ງຫ້າມເຂົ້າເມືອງ ສຳລັບແຂກທ່ອງທ່ຽວທີ່ມາຈາກ 8 ປະເທດ ຂຶ້ນກັບເຂດອາຟຼິກາໃຕ້ ເພື່ອແນໃສ່ສະກັດກັ້ນ ເຊື້ອໄວຣັດກາຍພັນ Omicron.
(ແຫຼ່ງຄັດຈາກ VOV)

ໂຮງ​ໝໍ​ກາງ​ສະ​ໜາມຂັ້ນ 2 ເລກ 4 ຫວຽດ​ນາມ ຮັບຫຼຽ​ນ​ກາ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

ໂຮງ​ໝໍ​ກາງ​ສະ​ໜາມຂັ້ນ 2 ເລກ 4 ຫວຽດ​ນາມ ຮັບຫຼຽ​ນ​ກາ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

ນີ້ແມ່ນການຢັ້ງຢືນ ແລະ ຕີລາຄາສູງຂອງ ສປຊ ຕໍ່ບັນດາຜົນງານ ແລະ ການປະກອບສ່ວນໃນການປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຂອງ ໂຮງໝໍກາງສະໜາມ ຫວຽດນາມ.

Top