ຂ່າວສານ
ຫຼາຍກິດຈະກຳທີ່ເປັນເອກະລັກຈະຈັດຂຶ້ນຢູ່ ເກາະ ຫຼີເຊີນ ໃນໂອກາດວັນໂຮມປະເທດຊາດ ຫວຽດນາມ ເປັນເອກະພາບ (30/4) ແລະ ວັນກຳມະກອນສາກົນ (1/5)
ຕອນຄ່ຳວັນທີ 26 ເມສາ, ຢູ່ເກາະ ຫຼີເຊີນ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ກວ໋າງງາຍ ໄດ້ຈັດພິທີປຸກລະດົມສັບປະດາທ່ອງທ່ຽວທະເລ, ໝູ່ເກາະ ແຂວງ ກວ໋າງງາຍ ປີ 2023 ດ້ວຍຫົວຂໍ້ “ຫຼີເຊີນ - ທະເລ, ໝູ່ເກາະທີ່ມະຫັດສະຈັນ”. ສັບປະດາທ່ອງທ່ຽວ ຖືກດຳເນີນແຕ່ວັນທີ 26 ເມສາ - 22 ພຶດສະພາ.
ກ່າວຄຳເຫັນທີ່ເຫດການດັ່ງກ່າວ, ທ່ານ ຫງວຽນຕຽນຢຸງ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ກວ໋າງງາຍ, ເນັ້ນໜັກວ່າ:
“ແຂວງ ກວ໋າງງາຍ ກຳນົດວ່າ ການພັດທະນາການທ່ອງທ່ຽວທະເລ, ໝູ່ເກາະ, ຖື ຫຼີເຊີນ ເປັນໃຈກາງຂອງການພັດທະນາລາຍການທ່ອງທ່ຽວ: ຫຼີເຊີນ - ບິ່ງເຊີນ - ໝີເຄ - ຊາຮວິ່ງ; ສຸມໃສ່ການຂຸດຄົ້ນຊັບພະຍາກອນການທ່ອງທ່ຽວທະເລ, ໝູ່ເກາະ ເພື່ອສ້າງບັນດາຜະລິດຕະພັນທ່ອງທ່ຽວພັກຜ່ອນຕາກອາກາດລະດັບສູງ, ເຂດບັນເທິງຄົບວົງຈອນທີ່ມີຂອບຂະໜາດໃຫຍ່. ຖືການພັດທະນາວັດທະນະທຳ, ການທ່ອງທ່ຽວທາງທໍລະນີສາດເປັນຈຸດສຸມ ເພື່ອສ້າງບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ ເມື່ອທຽບໃສ່ທ້ອງຖິ່ນຕ່າງໆໃນເຂດ. ພັດທະນາການທ່ອງທ່ຽວຊີວະພາບເປັນພື້ນຖານແກ່ການພັດທະນາແບບຍືນຍົງ”.
ສັບປະດາທ່ອງທ່ຽວທະເລໝູ່ເກາະແຂວງ ກວ໋າງງາຍ ປີ 2023 ລວມມີຫຼາຍກິດຈະກຳ, ເປັນຕົ້ນແມ່ນກິລາ, ວັດທະນະທຳ, ວາງສະແດງແນະນຳໂຄສະນາຜະລິດຕະພັນ ແລະ ອາຫານການກິນທີ່ເປັນເອກະລັກຂອງທ້ອງຖິ່ນ. ນອກຈາກນັ້ນ, ກໍຍັງມີຫຼາຍກິດຈະກຳທີ່ໄດ້ຈັດຂຶ້ນເພື່ອສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ (19/5/1890 - 19/5/2023).