ຂ່າວສານ

ຫຼາຍ​ກິດ​ຈະ​ກຳ​ທີ່​ເປັນ​ເອ​ກະ​ລັກ​ຈະ​ຈັດ​ຂຶ້ນ​ຢູ່ ເກາະ ຫຼີ​ເຊີນ ໃນ​ໂອ​ກາດ​ວັນ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ​ເປັນ​ເອ​ກະ​ພາບ (30/4) ແລະ ວັນ​ກຳ​ມະ​ກອນ​ສາ​ກົນ (1/5)

ສັບປະດາທ່ອງທ່ຽວທະເລໝູ່ເກາະແຂວງ ກວ໋າງງາຍ ປີ 2023 ລວມມີຫຼາຍກິດຈະກຳ, ເປັນຕົ້ນແມ່ນກິລາ, ວັດທະນະທຳ, ວາງສະແດງແນະນຳໂຄສະນາຜະລິດຕະພັນ ແລະ ອາຫານການກິນທີ່ເປັນເອກະລັກຂອງທ້ອງຖິ່ນ. ນອກຈາກນັ້ນ, ກໍຍັງມີຫຼາຍກິດຈະກຳທີ່ໄດ້ຈັດຂຶ້ນເພື່ອສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ (19/5/1890 - 19/5/2023).
ນັກທ່ອງທ່ຽວມາຍັງເກາະ ຫຼີເຊີນ

ຕອນຄ່ຳວັນທີ 26 ເມສາ, ຢູ່ເກາະ ຫຼີເຊີນ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ກວ໋າງງາຍ ໄດ້ຈັດພິທີປຸກລະດົມສັບປະດາທ່ອງທ່ຽວທະເລ, ໝູ່ເກາະ ແຂວງ ກວ໋າງງາຍ ປີ 2023 ດ້ວຍຫົວຂໍ້ “ຫຼີເຊີນ - ທະເລ, ໝູ່ເກາະທີ່ມະຫັດສະຈັນ”. ສັບປະດາທ່ອງທ່ຽວ ຖືກດຳເນີນແຕ່ວັນທີ 26 ເມສາ - 22 ພຶດສະພາ.

ກ່າວຄຳເຫັນທີ່ເຫດການດັ່ງກ່າວ, ທ່ານ ຫງວຽນຕຽນຢຸງ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ກວ໋າງງາຍ, ເນັ້ນໜັກວ່າ:

“ແຂວງ ກວ໋າງງາຍ ກຳນົດວ່າ ການພັດທະນາການທ່ອງທ່ຽວທະເລ, ໝູ່ເກາະ, ຖື ຫຼີເຊີນ ເປັນໃຈກາງຂອງການພັດທະນາລາຍການທ່ອງທ່ຽວ: ຫຼີເຊີນ - ບິ່ງເຊີນ - ໝີເຄ - ຊາຮວິ່ງ; ສຸມໃສ່ການຂຸດຄົ້ນຊັບພະຍາກອນການທ່ອງທ່ຽວທະເລ, ໝູ່ເກາະ ເພື່ອສ້າງບັນດາຜະລິດຕະພັນທ່ອງທ່ຽວພັກຜ່ອນຕາກອາກາດລະດັບສູງ, ເຂດບັນເທິງຄົບວົງຈອນທີ່ມີຂອບຂະໜາດໃຫຍ່. ຖືການພັດທະນາວັດທະນະທຳ, ການທ່ອງທ່ຽວທາງທໍລະນີສາດເປັນຈຸດສຸມ ເພື່ອສ້າງບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ ເມື່ອທຽບໃສ່ທ້ອງຖິ່ນຕ່າງໆໃນເຂດ. ພັດທະນາການທ່ອງທ່ຽວຊີວະພາບເປັນພື້ນຖານແກ່ການພັດທະນາແບບຍືນຍົງ”.

top