• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫຼາຍປະເທດຕີລາຄາວ່າຫວຽດນາມປະຕິບັດສຳເລັດໜ້າທີ່ປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ

ຫວຽດນາມ ໄດ້ປະຕິບັດສຳເລັດໜ້າທີ່ເປັນປະທານໃນເດືອນມັງກອນ, ມີຫຼາຍວຽກງານເກີດຂຶ້ນ ແລະ ສະພາຄວາມໝັ້ນຄົງສະຫະປະຊາຊາດ ກໍ່ມີປະຕິກິລິຍາຢ່າງວ່ອງໄວ, ມີຄຳຕັດສິນຢ່າງທັນການ.

(ພາບປະກອບ: TTXVN)

ຕອນບ່າຍວັນທີ 31 ມັງກອນ, ຫວຽດນາມ ໄດ້ສິ້ນສຸດໜ້າທີ່ເປັນປະທານສະພາຄວາມໝັ້ນຄົງສະຫະປະຊາຊາດດ້ວຍຜົນສຳເລັດຢ່າງຈົບງາມ, ເປີດສາກໃຫ້ອາຍຸການກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ 2020 – 2021. ເມື່ອຕອບສຳພາດຕໍ່ນັກຂ່າວ VOV, ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ເນັ້ນໜັກວ່າ: ຫວຽດນາມ ໄດ້ປະຕິບັດສຳເລັດໜ້າທີ່ເປັນປະທານໃນເດືອນມັງກອນ, ມີຫຼາຍວຽກງານເກີດຂຶ້ນ ແລະ ສະພາຄວາມໝັ້ນຄົງສະຫະປະຊາຊາດ ກໍ່ມີປະຕິກິລິຍາຢ່າງວ່ອງໄວ, ມີຄຳຕັດສິນຢ່າງທັນການ. ພວກເຮົາກໍ່ນຳໃຊ້ບົດບາດເປັນປະທານອາຊຽນ ຢູ່ຮ່າໂນ້ຍ ພ້ອມກັບເປັນປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ ເດືອນ ມັງກອນ 2020 ຢູ່ທີ່ນີ້ ເພື່ອຍົກສູງຄວາມສຳຄັນຂອງການຮ່ວມມືລະຫວ່າງສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງຢູ່ພາກພື້ນ ແລະ ເຂດອະນຸພາກພື້ນ, ໃນນັ້ນຖືອາຊຽນ ແມ່ນແບບຢ່າງ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ກໍ່ໃຫ້ຮູ້ວ່າ: ຫວຽດນາມ ຈະກະກຽມໃຫ້ແກ່ການດຳລົງຕຳແໜ່ງເປັນປະທານຄັ້ງຕໍ່ໄປ ໃນເດືອນ ເມສາ 2021 ໃຫ້ເປັນຢ່າງດີ.

          “ຂ້າພະເຈົ້າຄິດວ່າມີ 3 ຈຸດ. ທີໜຶ່ງແມ່ນກຳແໜ້ນການຊີ້ນຳຂອງລັດ. ທີສອງແມ່ນມີປະຕິກິລິຍາຢ່າງມີໄຫວພິບ ແລະ ທັນການ. ທີສາມແມ່ນຮັບຟັງທຸກໆປະເທດສະມາຊິກຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືຂອງທຸກຄົນໃນສະຫະປະຊາຊາດ ຈຶ່ງແກ້ໄຂໄດ້. ສິ່ງສຳຄັນທີ່ສຸດແມ່ນ ຫວຽດນາມ ໄດ້ຮັບການສະໜັບສະໜູນຂອງທຸກໆປະເທດສະມາຊິກຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ”.

          ໃນວັນດຽວກັນ, ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມກ່ຽວກັບເຫດການນີ້, ທ່ານ Marc Pecsteen de Buytswerve, ເອກອັກຄະລັດຖະທູດ,  ຫົວໜ້າຄະນະຜູ້ຕາງໜ້າປະເທດ ແບນຊິກ ປະຈຳສະຫະປະຊາຊາດ ໃຫ້ຮູ້ວ່າ: ຍາກທີ່ຈະລົງມືປະຕິບັດອາຍຸການທີ່ຕ້ອງດຳລົງຕຳແໜ່ງເປັນປະທານຄືແນວນັ້ນ, ຈະມີສິ່ງທ້າທາຍຫຼາຍຢ່າງ, ແຕ່ເຖິງຢ່າງໃດກໍ່ຕາມ ຫວຽດນາມ ກໍ່ໄດ້ປະຕິບັດສຳເລັດເປັນຢ່າງດີ ແລະ ໄດ້ສ້າງຂີດໝາຍຢ່າງແທດຈິງ ດ້ວຍກອງປະຊຸມປຶກສາຫາລືເປີດກ່ຽວກັບ 75 ປີແຫ່ງວັນກົດບັດສະຫະປະຊາຊາດ, ພິເສດແມ່ນໃນສະພາບທີ່ທັງສະຫະປະຊາຊາດ ກໍຄືໂລກມີຄວາມເຄັ່ງຕຶງຫຼາຍຢ່າງຄືໃນປະຈຸບັນ.

          ໃນຂະນະນັ້ນ, ທ່ານ Dian triansyah Djani, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າປະເທດ ອິນໂດເນເຊຍ ປະຈຳສະຫະປະຊາຊາດ, ໃຫ້ຂໍ້ສັງເກດວ່າ “ເລື່ອງຍົກອອກບັນຫາຮ່ວມມືລະຫວ່າງອາຊຽນ - ສະຫະປະຊາຊາດ ຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ແມ່ນກາລະໂອກາດທີ່ດີ, ມີຄວາມໝາຍສຳຄັນຍິ່ງ”. ທ່ານເອກອັກຄະລັດຖະທູດອິນໂດເນເຊຍ ຢືນຢັນວ່າ, ຫວຽດນາມ ດຳລົງຕຳແໜ່ງປະທານສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ເປັນຢ່າງດີ ແລະ ສິ່ງດັ່ງກ່າວໄດ້ປະກອບສ່ວນຍົກສູງທີ່ຕັ້ງຂອງອາຊຽນ ຢ່າງເຫັນໄດ້ຊັດ.

 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top