• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານາທິບໍດີ ສ.ກີເນ - ບິດຊາວ ມາ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງທ່ານປະທານາທິບໍດີ ສ.ກີເນ - ບິດຊາວ ນັບແຕ່ເມື່ອ 2 ປະເທດສ້າງຕັ້ງການພົວພັນທາງການທູດໃນປີ 1973.
ທ່ານປະທານາທິບໍດີ ສ.ກີເນ - ບິດຊາວ Umaro Sissoco Embalo ແລະ ພັນລະຍາ ໄດ້ເດີນທາງມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ (ພາບ: TTXVN)

ຕອນຄ່ຳວັນທີ 05 ກັນຍາ, ທ່ານປະທານາທິບໍດີ ສ.ກີເນ - ບິດຊາວ Umaro Sissoco Embalo ແລະ ພັນລະຍາ ໄດ້ເດີນທາງມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 05 – 08 ກັນຍາ, ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ສສ. ຫວຽດນາມ ໂຕເລິມ ແລະ ພັນລະຍາ.

        ຕາມທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ແລ້ວ, ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງທ່ານປະທານາທິບໍດີ ສ.ກີເນ - ບິດຊາວ ນັບແຕ່ເມື່ອ 2 ປະເທດສ້າງຕັ້ງການພົວພັນທາງການທູດໃນປີ 1973. ການຢ້ຽມຢາມເພື່ອແນໃສ່ຢືນຢັນເລື່ອງ ຫວຽດນາມ ຖືການພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອກັບບັນດາປະເທດ, ເພື່ອນມິດຢູ່ ອາຟະລິກາ, ໃນນັ້ນມີ ສ.ກີເນ - ບິດຊາວ ເປັນສຳຄັນ. ການຢ້ຽມຢາມກໍ່ແນໃສ່ສ້າງເງື່ອນໄຂເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດໃນຫຼາຍຂົງເຂດ, ລວມທັງບັນດາຂົງເຂດຮ່ວມມືທີ່ເປັນມູນເຊື້ອ, ຄື: ການເມືອງ, ເສດຖະກິດ, ການຄ້າ, ກະສິກຳ, ສິນໃນນ້ຳ, ອຸດສາຫະກຳປຸງແຕ່ງ; ພ້ອມທັງ, ເປີດກວ້າງອອກສູ່ບັນດາຂົງເຂດຮ່ວມມືໃໝ່, ຄື: ການກໍ່ສ້າງພື້ນຖານໂຄງລ່າງທ່າກຳປັ່ນ ແລະ ຂຸດຄົ້ນແຮ່ທາດ.

        ຄາດວ່າ, ໃນການຢ້ຽມຢາມ, ທ່ານປະທານາທິບໍດີ ກີເນ - ບິດຊາວ Umaro Sissoco Embalo ຈະດຳເນີນການພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ; ເຂົ້າຢ້ຽມຂ່ຳນັບກັບບັນດາການນຳຂັ້ນສູງອື່ນຂອງ ຫວຽດນາມ ແລະ ເຂົ້າຮ່ວມການເຄື່ອນໄຫວພົວພັນຕ່າງປະເທດຈຳນວນໜຶ່ງ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຕ້ອງ​ໜູນ​ຊ່ວຍ​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ​ກັບ​ຄືນ​ສູ່​ການ​ດຳ​ລົງ​ຊີ​ວິດ​ທີ່​ເປັນ​ປົກ​ກ​ະ​ຕິ, ຟື້ນ​ຟູ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ໂດຍ​ໄວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຕ້ອງ​ໜູນ​ຊ່ວຍ​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ​ກັບ​ຄືນ​ສູ່​ການ​ດຳ​ລົງ​ຊີ​ວິດ​ທີ່​ເປັນ​ປົກ​ກ​ະ​ຕິ, ຟື້ນ​ຟູ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ໂດຍ​ໄວ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຊີ້ແຈ້ງ 4 ເນື້ອໃນຂອງກອງປະຊຸມລວມມີ: ແກ້ໄຂຜົນຕາມມາຈາກພາຍຸ yagi ໂດຍໄວ; ນຳການດຳລົງຊີວິດຂອງປະຊາຊົນກັບຄືນສູ່ສະພາບການທີ່ເປັນປົກກະຕິໂດຍໄວ, ຟື້ນຟູການຜະລິດ, ດຳເນີນທຸລະກິດ.

Top