• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກບິນຍິງເຊື້ອຊາດ ຫວຽດນາມ ຄົນອຳອິດຈະບິນຂຶ້ນອະວະກາດ - ໂອກາດເພື່ອໂຄສະນາພາບພົດແມ່ຍິງ ຫວຽດນາມ

ເຫດການນີ້ຈະປະກອບສ່ວນຢືນຢັນຄຸນຄ່າ, ກຳລັງຄວາມສາມາດ ແລະ ແຜ່ຂະຫຍາຍພາບພົດຂອງແມ່ຍິງ ຫວຽດນາມ.
(ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຕ້ອນຮັບນາງ Amanda ຫງວຽນ)

ວັນທີ 05 ກັນຍາ, ຢູ່ ນິວຢອກ, ປະເທດ ອາເມລິກາ, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ ດັ້ງຮ່ວາງຢາງ ໄດ້ຕ້ອນຮັບນາງ Amanda ຫງວຽນ, ແມ່ຍິງເຊື້ອຊາດ ຫວຽດນາມ ຄົນທຳອິດຈະບິນຂຶ້ນຫ່ວງອະວະກາດໃນຍານອະວະກາດ New Shepard ຂອງ Blue Origin, ຄາດວ່າຈະບິນໃນກາງປີ 2025.

        ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ໄດ້ອວຍພອນນາງ Amanda ຫງວຽນ ທີ່ໄດ້ຮັບການຄັດເລືອກເຂົ້າຮ່ວມເຫດການ ແລະ ເນັ້ນໜັກວ່າ, ເຫດການນີ້ຈະປະກອບສ່ວນຢືນຢັນຄຸນຄ່າ, ກຳລັງຄວາມສາມາດ ແລະ ແຜ່ຂະຫຍາຍພາບພົດຂອງແມ່ຍິງ ຫວຽດນາມ. ທ່ານຢືນຢັນວ່າ, ລັດ ຫວຽດນາມ ມີຄວາມເອົາໃຈໃສ່ທີ່ສຸດເຖິງວຽກງານຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ໃຫ້ບຸລິມະສິດສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ແມ່ຍິງສາມາດເສີມຂະຫຍາຍບົດບາດ ແລະ ການປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ, ຕັ້ງໜ້າເຂົ້າຮ່ວມຄວາມມານະພະຍາຍາມລວມຂອງປະຊາຄົມສາກົນໃນຂົງເຂດນີ້. ເນື່ອງໃນໂອກາດນີ້, ທ່ານ ດັ້ງຮ່ວາງຢາງ ປາດຖະໜາວ່າ, ນາງ Amanda ຫງວຽນ ຈະສືບຕໍ່ສະໜິດຕິດພັນ, ອວ່າຍໜ້າເມືອຫາບ້ານເກີດເມືອງນອນ ຫວຽດນາມ, ປະກອບສ່ວນປັບປຸງຄວາມມະຫາສາມັກຄີທົ່ວປວງຊົນທັງຊາດ, ເປັນຂົວເຊື່ອມຕໍ່ເພື່ອຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອາເມລິກາ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຕ້ອງ​ໜູນ​ຊ່ວຍ​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ​ກັບ​ຄືນ​ສູ່​ການ​ດຳ​ລົງ​ຊີ​ວິດ​ທີ່​ເປັນ​ປົກ​ກ​ະ​ຕິ, ຟື້ນ​ຟູ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ໂດຍ​ໄວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຕ້ອງ​ໜູນ​ຊ່ວຍ​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ​ກັບ​ຄືນ​ສູ່​ການ​ດຳ​ລົງ​ຊີ​ວິດ​ທີ່​ເປັນ​ປົກ​ກ​ະ​ຕິ, ຟື້ນ​ຟູ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ໂດຍ​ໄວ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຊີ້ແຈ້ງ 4 ເນື້ອໃນຂອງກອງປະຊຸມລວມມີ: ແກ້ໄຂຜົນຕາມມາຈາກພາຍຸ yagi ໂດຍໄວ; ນຳການດຳລົງຊີວິດຂອງປະຊາຊົນກັບຄືນສູ່ສະພາບການທີ່ເປັນປົກກະຕິໂດຍໄວ, ຟື້ນຟູການຜະລິດ, ດຳເນີນທຸລະກິດ.

Top