• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫຼວງພະບາງ ຈັດການເຄື່ອນໄຫວຕ່າງໆເພື່ອຂ່ຳນັບຊົມເຊີຍປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2022

ການເຄື່ອນໄຫວດັ່ງກ່າວແມ່ນນອນໃນບັນດາເຫດການເຄື່ອນໄຫວໃນປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022.

ການເຄື່ອນໄຫວດັ່ງກ່າວແມ່ນນອນໃນບັນດາເຫດການເຄື່ອນໄຫວໃນປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022.

   

ພິທີຖີບລົດຖີບ

(ພາບ: TTXVN)

ວັນທີ 07 ຕຸລາ, ອຳນາດການປົກຄອງແຂວງ ຫຼວງພະບາງ ໄດ້ສົມທົບກັບສະຖານກົງສູນໃຫຍ່ ຫວຽດນາມ ປະຈຳເຂດພາກເໜືອຂອງ ລາວ ຈັດພິທີຖີບລົດຖີບ ແລະ ສາຍຮູບເງົາເອກະສານກ່ຽວກັບປະຫວັດສາດລະຫວ່າງ 2 ປະເທດ ຫວຽດນາມ - ລາວ. ກ່າວຄຳເຫັນທີ່ພິທີ, ທ່ານນາງຫົວໜ້າສະຖານກົງສູນ ຫວຽດນາມ ປະຈຳ ເຂດພາກເໜືອ ລາວ ກ່ຽວທິຮົ່ງຟຸກ ໃຫ້ຮູ້ວ່າ, ການເຄື່ອນໄຫວດັ່ງກ່າວແມ່ນນອນໃນບັນດາເຫດການເຄື່ອນໄຫວໃນປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022 ແນໃສ່ຮັດແໜ້ນ, ເພີ່ມພູມຄູນສ້າງນ້ຳໃຈຄວາມຮັກແພງ, ການສຶກສາ, ໂຄສະນາ, ແຜ່ຂະຫຍາຍໃຫ້ປະຊາຊົນທຸກຊັ້ນວັນນະຂອງທັງ 2 ປະເທດ ແລະ ເພື່ອນມິດສາກົນ ໃຫ້ມີຄວາມເຂົ້າໃຈກ່ຽວກັບຄວາມໝາຍ, ສາຍພົວພັນໜຶ່ງບໍ່ມີສອງໃນປະຫວັດສາດແຫ່ງການພົວພັນສາກົນຂອງ 2 ປະເທດຢ່າງເລິກເຊິ່ງກວ່າ. ພິເສດ, ໃນການເຄື່ອນໄຫວຖີບລົດຖີບຄັ້ງນີ້, ບັນດາຜູ້ເຂົ້າຮ່ວມລ້ວນແຕ່ນຸງຊຸດປະເພນີປະຈຳຊາດຕົນ, ເພື່ອແນໃສ່ເຊີດຊູ, ໂຄສະນາຄວາມງາມທາງດ້ານວັດທະນະທຳຂອງ 2 ປະເທດ.

        ແລະກໍ່ເນື່ອງໃນໂອກາດນີ້, ໄດ້ສາຍຮູບເງົາເອກະສານ 3 ຕອນກ່ຽວກັບມູນເຊື້ອປະຫວັດສາດຂອງ 2 ຊາດ ຫວຽດນາມ - ລາວ ເພື່ອໃຫ້ປະຊາຊົນ 2 ປະເທດ, ພິເສດແມ່ນລຸ້ນໜຸ່ມຂອງ 2 ປະເທດມີຄວາມເຂົ້າໃຈກວ່າກ່ຽວກັບສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ລະຫວ່າງ 2 ຊາດ.

(ແຫຼ່ງຄັດຈາກ VOV)

 

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top