• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫົວໜ້າ SOM ASEAN ຫວຽດນາມ ຢືນຢັນຄວາມສຳຄັນຂອງການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ເຊື່ອມຈອດ ອາຊຽນ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ໂດ້ຮຸ່ງຫວຽດ, ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງລັກສະນະເຂັ້ມແຂງດ້ວຍຕົນເອງ ແລະ ເຊື່ອມຈອດ ອາຊຽນ.
(ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 57)

 ໂດຍສືບຕໍ່ການເຄື່ອນໄຫວຂອງບັນດາລັດຖະມົນຕີການຕ່າງປະເທດອາຊຽນ, ວັນທີ 25 ກໍລະກົດ, ຢູ່ຫໍປະຊຸມແຫ່ງຊາດ, ທີ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ, ໄດ້ຈັດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 57 ດ້ວຍຫົວຂໍ້ “ອາຊຽນ: ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງຂອງ ອາຊຽນ”. ທ່ານຮອງນາຍົກລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ້ຮຸ່ງຫວຽດ, ຫົວໜ້າ SOM ASEAN ຂອງ ຫວຽດນາມ, ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ໂດ້ຮຸ່ງຫວຽດ, ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງລັກສະນະເຂັ້ມແຂງດ້ວຍຕົນເອງ ແລະ ເຊື່ອມຈອດ ອາຊຽນ.

        ຢືນຢັນຄືນໃໝ່ຫຼັກໝັ້ນ, ຫຼັກການຂອງ ອາຊຽນ ໃນບັນດາບັນຫາຢູ່ພາກພື້ນ ແລະ ສາກົນ, ທ່ານຮອງລັດຖະມົນຕີເນັ້ນໜັກເຖິງຄວາມສຳຄັນຂອງການເຄົາລົບ ແລະ ປະຕິບັດທຸກຂໍ້ມາດຕາຂອງຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ໃຫ້ມີຄຸນນະພາບ, ແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ ແລະ ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ແລະ ອາຊຽນ ຍົກສູງການພັດທະນາສັງຄົມທີ່ຖືປະຊາຊົນເປັນໃຈກາງ

ຫວຽດນາມ ແລະ ອາຊຽນ ຍົກສູງການພັດທະນາສັງຄົມທີ່ຖືປະຊາຊົນເປັນໃຈກາງ

ໃນປີທຳອິດທີ່ຜັນຂະຫຍາຍການປະຕິບັດວິໄສທັດ ອາຊຽນ 2045, ອາຊຽນ ພວມຊຸກຍູ້ວິທີເຂົ້າເຖິງຢ່າງຮອບດ້ານ ແລະ ຕິດພັນກວ່າສຳລັບການພັດທະນາສັງຄົມ

Top