ຂ່າວສານ

ຫົວໜ້າ SOM ASEAN ຫວຽດນາມ ຢືນຢັນຄວາມສຳຄັນຂອງການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ເຊື່ອມຈອດ ອາຊຽນ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ໂດ້ຮຸ່ງຫວຽດ, ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງລັກສະນະເຂັ້ມແຂງດ້ວຍຕົນເອງ ແລະ ເຊື່ອມຈອດ ອາຊຽນ.
(ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 57)

 ໂດຍສືບຕໍ່ການເຄື່ອນໄຫວຂອງບັນດາລັດຖະມົນຕີການຕ່າງປະເທດອາຊຽນ, ວັນທີ 25 ກໍລະກົດ, ຢູ່ຫໍປະຊຸມແຫ່ງຊາດ, ທີ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ, ໄດ້ຈັດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 57 ດ້ວຍຫົວຂໍ້ “ອາຊຽນ: ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງຂອງ ອາຊຽນ”. ທ່ານຮອງນາຍົກລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ້ຮຸ່ງຫວຽດ, ຫົວໜ້າ SOM ASEAN ຂອງ ຫວຽດນາມ, ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ໂດ້ຮຸ່ງຫວຽດ, ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງລັກສະນະເຂັ້ມແຂງດ້ວຍຕົນເອງ ແລະ ເຊື່ອມຈອດ ອາຊຽນ.

        ຢືນຢັນຄືນໃໝ່ຫຼັກໝັ້ນ, ຫຼັກການຂອງ ອາຊຽນ ໃນບັນດາບັນຫາຢູ່ພາກພື້ນ ແລະ ສາກົນ, ທ່ານຮອງລັດຖະມົນຕີເນັ້ນໜັກເຖິງຄວາມສຳຄັນຂອງການເຄົາລົບ ແລະ ປະຕິບັດທຸກຂໍ້ມາດຕາຂອງຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ໃຫ້ມີຄຸນນະພາບ, ແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ ແລະ ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.


top