
ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມຕ້ອນຮັບຜູ້ບັນຊາການກອງທັບເຮືອມາເລເຊຍ
(ພາບ: qdnd.vn)
ທີ່ການຕ້ອນຮັບ, ພົນໂທ ຟານວັນຢາງ ຕີລາຄາສູງການຮ່ວມມືລະຫວ່າງກອງທັບເຮືອ 2 ປະເທດໃນໄລຍະຜ່ານມາ; ຢືນຢັນວ່າ, ການພົວພັນດ້ານປ້ອງກັນຊາດ ລະຫວ່າງ 2 ປະເທດ ມີບາດກ້າວພັດທະນາໃໝ່, ບັນລຸປະສິດທິຜົນຢ່າງແທດຈິງ. ເລື່ອງກ່ຳປັ່ນກອງທັບເຮືອ 2 ປະເທດ ຈັດຕັ້ງບັນດາການຢ້ຽມຢາມເຊິ່ງກັນ ແລະ ກັນ ໄດ້ປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງກອງທັບເຮືອປະຊາຊົນຫວຽດນາມ ແລະ ກອງທັບເຮືອມາເລເຊຍ ໃຫ້ນັບມື້ນັບພັດທະນາຢ່າງດີງາມ.
ສ່ວນພົນເຮືອເອກ Ahmad Badaruddin ເຊື່ອໝັ້ນວ່າ, ດ້ວຍບັນດາຜົນງານທີ່ບັນລຸໄດ້ໃນໄລຍະຜ່ານມາ, ການຮ່ວມມືລະຫວ່າງກອງທັບເຮືອ 2 ປະເທດຈະມີບັນດາບາດກ້າວພັດທະນາໃໝ່, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮ່ວມມືດ້ານປ້ອງກັນຊາດລະຫວ່າງ 2 ປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ.
(ແຫຼ່ງຄັດຈາກ VOV)