• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫົວໜ້າຜູ້ຕາງໜ້າ UNFPA: ປັບປຸງລັດຖະດຳລັດວ່າດ້ວຍປະຊາກອນແມ່ນບາດລ້ຽວໃຫຍ່ກ່ຽວກັບການຊຸກຍູ້ສິດທິມະນຸດຂອງ ຫວຽດນາມ

ຫົວຂໍ້ນີ້ມີຄວາມໝາຍພິເສດ ໃນສະພາບທີ່ ຫວຽດນາມ ພວມກ້າວເຂົ້າໄລຍະລະດັບການເກີດຕ່ຳ ແລະ ພົນລະເມືອງເຖົ້າແກ່ໄວ.
ທ່ານ Matt Jackson, ຫົວໜ້າຜູ້ຕາງໜ້າຂອງກອງທຶນສຳລັບປະຊາກອນຂອງສະຫະປະຊາຊາດ (UNFPA) ປະຈຳ ຫວຽດນາມ (ພາບ: TTXVN)

ວັນທີ 11 ກໍລະກົດ ແມ່ນວັນປະຊາກອນໂລກ. ວັນປະຊາກອນໂລກປີນີ້ມີຫົວຂໍ້ “ສິດຕັດສິນດ້ວຍຕົນເອງກ່ຽວກັບການເກີດລູກໃນໂລກທີ່ພວມມີການປ່ຽນແປງ” ດ້ວຍຄວາມໝາຍວ່າ ຖືມະນຸດເປັນໃຈກາງຂອງທຸກນະໂຍບາຍ ແລະ ແຜນການປະຊາກອນ.

        ຕາມທ່ານ Matt Jackson, ຫົວໜ້າຜູ້ຕາງໜ້າຂອງກອງທຶນສຳລັບປະຊາກອນຂອງສະຫະປະຊາຊາດ (UNFPA) ປະຈຳ ຫວຽດນາມ ແລ້ວ, ຫົວຂໍ້ນີ້ມີຄວາມໝາຍພິເສດ ໃນສະພາບທີ່ ຫວຽດນາມ ພວມກ້າວເຂົ້າໄລຍະລະດັບການເກີດຕ່ຳ ແລະ ພົນລະເມືອງເຖົ້າແກ່ໄວ.

        ເດືອນ ມິຖຸນາ 2025, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ຮັບຮອງເອົາລັດຖະດຳລັດວ່າດ້ວຍການປັບປຸງ, ເພີ່ມເຕີມມາດຕາ 10 ຂອງລັດຖະດຳລັດວ່າດ້ວຍປະຊາກອນ, ໃນນັ້ນໄດ້ກຳນົດໃໝ່ກ່ຽວກັບເລື່ອງ ບັນດາຄູ່ຜົວເມຍ, ສ່ວນບຸກຄົນມີສິດຕັດສິນເວລາເກີດລູກ, ຈຳນວນ ແລະ ໄລຍະຫ່າງໃນການເກີດລູກແຕ່ລະເທື່ອ. ທ່ານ Matt Jackson ຢືນຢັນວ່າ, UNFPA ສະໜັບສະໜູນຂໍ້ກຳນົດໃໝ່ດັ່ງກ່າວ.

        “ຫວຽດນາມ ບັນລຸໄດ້ຫຼາຍຜົນງານພໍສົມຄວນໃນວຽກງານປະຊາກອນ, ພິເສດແມ່ນໃນການຊຸກຍູ້ສິດເກີດລູກ ແລະ ມອບສິດໃຫ້ແກ່ປະຊາຊົນໃນການກຳນົດການດຳລົງຊີວິດຂອງຕົນ. ສິ່ງດັ່ງກ່າວໝາຍຄວາມວ່າ ໄດ້ຮັບປະກັນໃຫ້ປະຊາຊົນທຸກຄົນລ້ວນແຕ່ສາມາດຕັດສິນໃຈເກີດລູກດ້ວຍຕົນເອງຢ່າງເສລີ, ມີຄວາມຮູ້ຄວາມເຂົ້າໃຈ ແລະ ບໍ່ຖືກຄວາມກົດດັນ, ການຈຳແນກການປະພຶດ. ຄວາມເສລີໃນການເກີດລູກໝາຍຄວາມວ່າແມ່ນຮັບປະກັນສິດ ແລະ ການເລືອກຂອງທຸກຄົນ”.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຕ້ອນຮັບຜູ້ວ່າການລັດ ທັງເປັນເຈົ້າຄອງຜູ້ທີໜຶ່ງນະຄອນ Hamburg, ເຢຍລະມັນ

ທ່ານນາຍົກລັດຖະມົນຕີຕ້ອນຮັບຜູ້ວ່າການລັດ ທັງເປັນເຈົ້າຄອງຜູ້ທີໜຶ່ງນະຄອນ Hamburg, ເຢຍລະມັນ

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ເພີ່ມທະວີການຮ່ວມມືຢ່າງແທດຈິງລະຫວ່າງ Hamburg ແລະ ບັນດາທ້ອງຖິ່ນຂອງ ຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ

Top