• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫາດຊາຍທະເລ ໝີເຄ ລອດເຂົ້າ Top 10 ແຫ່ງທີ່ງາມທີ່ສຸດໃນອາຊີ 2023

ຫາດຊາຍ ໝີເຄ ຢູ່ ດານັງ ແມ່ນຫາດຊາຍທະເລໜຶ່ງດຽວຂອງ ຫວຽດນາມ ທີ່ມີຊື່ ແລະ ຢືນຢູ່ອັນດັບ 8.
  ຫາດຊາຍ ໝີເຄ ຢູ່ ດານັງ  

ໃນບັນຊີລາຍຊື່ຫາດຊາຍທະເລ 10 ແຫ່ງງາມທີ່ສຸດຂອງ ອາຊີ ປີ 2023 ໂດຍເວັບໄຊ ສະເພາະກ່ຽວກັບຕີລາຄາການທ່ອງທ່ຽວ ແລະ ຈອງຫ້ອງພັກ Tripadvisor ຫາກໍ່ປະກາດ, ຫາດຊາຍ ໝີເຄ ຢູ່ ດານັງ ແມ່ນຫາດຊາຍທະເລໜຶ່ງດຽວຂອງ ຫວຽດນາມ ທີ່ມີຊື່ ແລະ ຢືນຢູ່ອັນດັບ 8. ໃນເວັບໄຊ Tripadvisor, ທ່ານ Jonathan Chan (ສະຫະລັດອາເມລິກາ) ອອກຄຳຄິດເຫັນໃນເດືອນ ກຸມພາ 2023 ກ່ຽວກັບຫາດຊາຍ ໝີເຄ ດັ່ງນີ້: ເມັດຊາຍລະອຽດ, ເປັນຫາດຊາຍທີ່ສົມບູນແບບຫຼາຍແກ່ການລອຍນ້ຳ. ມີພະນັກງານກູ້ຊີບຮັກສາຄວາມປອດໄພຢູ່ກັບທີ່. ທິວທັດອ້ອມຮອບຫາດຊາຍທະເລກໍ່ງາມສຸດຍອດ. ປີ 2019, ນັກທ່ອງທ່ຽວ ຄົນໜຶ່ງມີຊື່ວ່າ Appan Majumsat ເປັນຊາວ ມາເລເຊຍ ໄດ້ຕີລາຄາຫາດຊາຍ ໝີເຄ ດ້ວຍ 5 ດາວ. ຕາມແຂກທ່ອງທ່ຽວຜູ້ນີ້ແລ້ວ, ນີ້ແມ່ນໜຶ່ງໃນບັນດາຫາດຊາຍທະເລທີ່ງາມທີ່ສຸດທີ່ອ້າຍໄດ້ໄປມາຢູ່ ອາຊີຕາເວັນອອກສ່ຽງໃຕ້. ຂໍ້ດີອີກໜຶ່ງຢ່າງທີ່ແຂກທ່ອງທ່ຽວດັ່ງກ່າວອະທິບາຍວ່າ ແມ່ນທະເລສະອາດ. “ເຈົ້າສາມາດກີ້ງລົງໂດຍບໍ່ພົບຂີ້ເຫຍື້ອພາລາສະຕິກແຕ່ຢ່າງໃດ”.

 

(ແຫຼ່ງຄັດຈາກ VOV)

ຖະແຫຼງຂ່າວ: ລາງວັນທົ່ວປະເທດ ກ່ຽວກັບວຽກງານຂ່າວສານ ການພົວພັນຕ່າງປະເທດ ຄັ້ງທີ IX

ຖະແຫຼງຂ່າວ: ລາງວັນທົ່ວປະເທດ ກ່ຽວກັບວຽກງານຂ່າວສານ ການພົວພັນຕ່າງປະເທດ ຄັ້ງທີ IX

ວັນ​ທີ 29 ມີນາ 2023, ຄະນະຊີ້ນຳວຽກງານຂ່າວສານ ການພົວພັນຕ່າງປະເທດ, ຄະນະໂຄສະນາອົບຮົມ​ສູນ​ກາງ, ສຳນັກ​ຂ່າວສານ ​ຫວຽດນາມ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ໄດ້​ຈັດ​ງານ​ຖະແຫຼງຂ່າວ​ ​ປຸກ​ລະ​ດົມ​ລາງວັນທົ່ວປະເທດ ກ່ຽວກັບວຽກງານຂ່າວສານ ການພົວພັນຕ່າງປະເທດ ຄັ້ງທີ IX.

Top