• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫັນ​ເປັນ​ດີ​ຈີ​ຕອນ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງ​ການ​ໃນ​ການ​ນຳ​ໃຊ້, ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ຕີລາຄາວ່າ ນີ້ແມ່ນຄັ້ງທຳອິດ ຫວຽດນາມຜັນຂະຫຍາຍ 5G ແລະກໍ່ແມ່ນໄລຍະໄວທີ່ສຸດເມື່ອທຽບໃສ່ກັບບັນດາປະເທດໃນໂລກ, ມຸ່ງໄປສູ່ເປົ້າໝາຍເຜີຍແຜ່ບັນດາການບໍລິການໃນສະພາບການດີຈີຕອນໃຫ້ໄວກ່ວາອີກ.
ທ່ານ ຫງວຽນແມັງຮຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ກ່າວຄຳເຫັນທີ່ກອງປະຊຸມ (ພາບ:thanhphohaiphong.gov.vn)

ທີ່ກອງປະຊຸມສະຫຼຸບວຽກງານກະຊວງຖະແຫຼງຂ່າວ ແລະ ການສື່ສານປີ 2020, ວາງທິດທາງໜ້າທີ່ປີ 2021 ເຊິ່ງດຳເນີນໃນຕອນເຊົ້າວັນທີ 12 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ຕີລາຄາວ່າ ນີ້ແມ່ນຄັ້ງທຳອິດທີ່ຫວຽດນາມຜັນຂະຫຍາຍ 5G ຢູ່ໃນໄລຍະໄວທີ່ສຸດເມື່ອທຽບໃສ່ກັບບັນດາປະເທດໃນໂລກ, ມຸ່ງໄປສູ່ເປົ້າໝາຍໝູນໃຊ້ບັນດາການບໍລິການໃນສະພາບແວດລ້ອມດີຈີຕອນໂດຍໄວກ່ວາອີກ, ຮັບໃຊ້ຄວາມຕ້ອງການໃນການນຳໃຊ້ຂອງປະຊາຊົນ. ໃນປີ 2021 ນີ້, ການຜັນຂະຫຍາຍການຄ້າ 5G ຄາດວ່າຈະໄດ້ຮັບການຜັນຂະຫຍາຍໃນວົງກ້ວາງ. ນີ້ກໍ່ແມ່ນໜຶ່ງໃນບັນດາຜົນງານເຊິ່ງຫວຽດນາມ ຄວນສືບຕໍ່ຍູ້ແຮງໃນປີ 2021. ທ່ານໃຫ້ຮູ້ວ່າ:

        ຂ້າພະເຈົ້າຄິດວ່າ ພວກເຮົາພວມຢືນຢູ່ຕໍ່ໜ້າກາລະໂອກາດ, ແຕ່ມັນກໍ່ແມ່ນສິ່ງທ້າທາຍຖ້າຫາກວ່າພວກເຮົາບໍ່ມີການປ່ຽນແປງຢ່າງແຮງກ່ວາອີກ, ພວກເຮົາຈະຖືກຖອຍຫຼັງ, ຊ້ຳບໍ່ໜຳແມ່ນ ລົ້ມລະລາຍ. 2 G ພວກເຮົານຳໃຊ້ຢ່າງໄວວາເມື່ອທຽບໃສ່ກັບໂລກ, 3G ພວກເຮົານອນໃນກຸ່ມປານກາງ, 4G ໃນກຸ່ມຊັກຊ້າ ແລະ ປັດຈຸບັນ 5G ກໍ່ບື່ນຕົວຂຶ້ນນອນໃນກຸ່ມໄວ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top