• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫັນສິນຄ້າສົ່ງອອກເປັນຫລາຍຮູບຫລາຍແບບຕໍ່ຫນ້າສະພາບການ ເຊື້ອພະຍາດ Covid 19

      ສະພາບການຜັນແປຢ່າງສັບສົນຈາກເຊື້ອພະຍາດ Covid 19 ໄດ້ຮັບການຄາດຄະເນວ່າ ຈະສົ່ງຜົນກະທົບເຖິງທຸກກະຊວງ ຂະແຫນງການ, ຂົງເຂດການຜະລິດ, ການຄ້າ. ສິ່ງນີ້ ໄດ້ສົ່ງຜົນສະທ້ອນເຖິງການເຕີບໂຕດ້ານເສດຖະກິດຂອງຫວຽດນາມ. ໃນສະພາບການນີ້ ເລື່ອງຫັນສິນຄ້າສົ່ງອອກເປັນຫລາຍຮູບຫລາຍແບບ ໄດ້ຮັບຖືວ່າ ແມ່ນມາດຕະການຮີບດ່ວນສຳລັບເສດຖະກິດຫວຽດນາມ .

ມີຫຼາຍຂະແໜງຄື ກົນຈັກ, ປຸງແຕ່ງ, ປະດິດສ້າງພວມປະສົບກັບຄວາມຫຍຸ້ງຍາກຍ້ອນຜົນກະທົບຈາກເຊື້ອພະຍາດ Covid 19 
      ເຊື້ອພະຍາດ Covid 19 ບໍ່ພຽງແຕ່ສົ່ງຜົນກະທົບໂດຍກົງເຖິງການສົ່ງອອກໄປຍັງຈີນ ເທົ່ານັ້ນຫາກນັບທັງຫລາຍຂະແຫນງອື່ນຄື: ກົນຈັກ, ການປຸງແຕ່ງ, ການຜະລິດ, ຕ່ຳແຜ່ນຕັດຫຍິບ… ກໍ່ພວມປະສົບກັບຄວາມຫຍຸ້ງຍານອີກດ້ວຍ ຍ້ອນຂາດແຄນວັດຖຸດິບສົ້ນເຂົ້າ, ເຄື່ອງອາໄຫລ່, ຊີ້ນສ່ວນ…ເພື່ອທຳການຜະລິດ. ທ່ານ ເລດັງຢວັນ ຜູ້ຊ່ຽວຊານດ້ານເສດຖະກິດ ໄດ້ໃຫ້ຂໍ້ສັງເກດວ່າ: ການເຕີບໂຕເສດຖະກິດຂອງຫວຽດນາມ ຈະຫລຸດລົງປະມານ 1% ເມື່ອທຽບໃສ່ຄາດໝາຍຊື່ງສະພາແຫ່ງຊາດ ໄດ້ວາງອອກ.
ເສດຖະກິດ ຫວຽດນາມ ຈະຖືກຜົນກະທົບຫລາຍດ້ານຈາກ ເຊື້ອພະຍາດ Covid 19 ນັ້ນແມ່ນ ຜົນສະທ້ອນເຖິງຂະແຫນງທ່ອງທ່ຽວ, ການສົ່ງອອກສິນຄ້າໄປຍັງຈີນ ກໍ່ປະສົບກັບຄວາມຫຍຸ້ງຍາກ, ການນຳເຂົ້າສິນຄ້າປະສົບກັບຂໍ້ຕິດຂັດຫລາຍຢ່າງ, ມີວິສາຫະກິດຫວຽດນາມ ຫລາຍແຫ່ງ ຂາດແຄນເຄື່ອງອາໄຫລ່, ຊີ້ນສ່ວນ, ວັດຖຸດິບ ສົ້ນເຂົ້າ. ຂ້າພະເຈົ້າຄິດວ່າ ການເຕີບໂຕຂອງຫວຽດນາມ ຈະຖືກຜົນສະທ້ອນຈາກ ເຊື້ອພະຍາດ Covid 19 ແລະGDP  ອາດຈະຫລຸດລົງປະມານ 1%. ພາຍຫລັງ ເຊື້ອພະຍາດ Covid 19 ນີ້ ຫວຽດນາມຄວນມີຄວາມມານະພະຍາຍາມຫລາຍກວ່າ ຈຶ່ງສາມາດຮັກສາລະດັບເຕີບໂຕ ຊື່ງສະພາແຫ່ງຊາດວາງອອກໄດ້.
ການຜັນແປໄປຢ່າງສັບສົນຂອງ ເຊື້ອພະຍາດ Covid 19 ໄດ້ກໍ່ຜົນກະທົບບໍ່ແມ່ນຫນ້ອຍເຖິງແຜນການຜະລິດດຳເນີນທຸລະກິດຂອງວິສາຫະກິດຫວຽດນາມຫລາຍແຫ່ງ ເຮັດໃຫ້ສິນຄ້າຫລາຍປະເພດສົ່ງອອກໄປຍັງຈີນ ຖືກຢຸດສະງັກ, ລາຍຮັບຂອງບັນດາວິສາຫະກິດ ຖືກຫລຸດລົງຢ່າງແຮງ. ທ່ານນາງ ເຈີນທິທູຮັ່ງ ຜູ້ອຳນວຍການໃຫຍ່ ບໍລິສັດຂາອອກຂາເຂົ້າຜະລິດຕະພັນກະເສດ ສະບຽງອາຫານ ຫວຽດນາມ ໃຫ້ຮູ້ວ່າ:
ວິສາຫະກິດພວກຂ້າພະເຈົ້າ ດຳເນີນທຸລະກິດໃນຂົງເຂດກະສິກຳ ປະຈຸບັນ ປະສົບກັບຄວາມຫຍຸ້ງຍາກຫລາຍ ເກືອບຄືວ່າບໍ່ສາມາດສົ່ງອອກສິນຄ້າໄດ້ ຍ້ອນປະລິມານສິນຄ້າສົ່ງໄປຍັງຕະຫລາດຈີນແມ່ນກວມເອົາ 60% ຈຳນວນລາຍຮັບຂອງວິສາຫະກິດ ແລະ ປະເພດສິນຄ້າຖືກຜົນສະທ້ອນຢ່າງແຮງທີ່ສຸດນັ້ນແມ່ນໝາກໄມ້, ໄຂ່ເປັດ, ໄຂ່ໄກ, ຜະລິດຕະພັນກະເສດ ສົດ
ຕໍ່ຫນ້າການຜັນແປນີ້ ລັດຖະບານ ແລະບັນດາກະຊວງ ຂະແຫນງການ ໄດ້ມີຫລາຍມາດຕະການ, ວິທີການແກ້ໄຂຄວາມຫຍຸ້ງຍາກຢ່າງທັນການ ເພື່ອແນໃສ່ຫລຸດຜ່ອນຜົນສະທ້ອນລົງໃນລະດັບຕ່ຳສຸດ ສຳລັບການເຄື່ອນໄຫວຂອງບັນດາຂະແຫນງການກ່ຽວຂ້ອງ. ພ້ອມທັງ ສຳຫລວດກວດຄືນບັນດາຂົງເຂດ, ຂະແຫນງສິນຄ້າກ່ຽວຂ້ອງ ພິເສດ ບັນດາປະເພດສິນຄ້າສົ່ງອອກໄປຍັງຈີນ ແລະບັນດາປະເທດອື່ນ ເພື່ອໃຫ້ມີມາດຕະການຈຳຫນ່າຍຢູ່ຕະຫລາດພາຍໃນປະເທດ, ແຈກຢາຍເຂົ້າໃນລະບົບຂາຍຍ່ອຍ.
 ສຳລັບສິນຄ້າອຸດສາຫະກຳປະເພດຕ່າງໆທີ່ອາດຈະເກັບຮັກສາໄວ້ໄດ້, ອຳນາດການປົກຄອງທຸກຂັ້ນຢູ່ທ້ອງຖິ່ນໄດ້ໃຫ້ບຸລິມະສິດບັນດາສາງ, ຫ້ອງເຢັນເພື່ອເກັບຮັກສາຜະລິດຕະພັນການກະເສດປະເພດຕ່າງໆ, ກໍ່ຄືບັນດາສິນຄ້າອຸດສາຫະກຳ, ເຄື່ອງບໍລິໂພກເພື່ອແນໃສ່ຮັບປະກັນຄຸນນະພາບ, ກໍ່ຄືລັກສະນະພິເສດຂອງຜະລິດຕະພັນ, ສິນຄ້າເພື່ອ ເຮັດລະບຽບການພາສີຜ່ານດ່ານຊາຍແດນໄດ້ຢ່າງງ່າຍດາຍ. ທ່ານດິງຈ້ອງທິ້ງ, ອາຈານຂັ້ນສູງ ຂອງສະຖານບັນການເງິນຖືວ່າໃນໄລຍະຍາວ ຕ້ອງເພີ່ມທະວີ, ຫັນການສົ່ງອອກກໍ່ຄືການນຳເຂົ້າເປັນຫຼາຍຮູບຫຼາຍແບບ ຫຼີກລ້ຽງການສຸມໃສ່ຢູ່ປະເທດດຽວ, ພາກພື້ນດຽວເພື່ອແນໃສ່ຮັບປະກັນໃຫ້ແກ່ການພັດທະນາເສດຖະກິດແບບຍືນຍົງ:
            "ສຳລັບການສົ່ງອອກ, ພວກເຮົາຕ້ອງຍົກສູງຄຸນນະພາບສິນຄ້າທີ່ຜະລິດຢູ່ພາຍໃນປະເທດເພື່ອຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການກ່ຽວກັບເວລາ, ຄຸນນະພາບ, ປະເພດ, ຕົ້ນກຳເນີດ ຂອງ ສິນຄ້າເພື່ອຈາກນັ້ນ ພວກເຮົາຕອບສະໜອງ ຕະຫຼາດຕ່າງໆໄດ້ເຊິ່ງພວກເຮົາໄດ້ລົງນາມໃນບັນດາສັນຍາການຄ້າເສລີ. ອີກອັກໜຶ່ງແມ່ນຕ້ອງຍົກສູງປະສິດທິຜົນ, ຄຸນນະພາບ,ປະເພດສິນຄ້າບັນລຸມາດຕະຖານສາກົນເພື່ອໃຫ້ພວກເຮົາສາມາດສົ່ງອອກບໍ່ພຽງແຕ່ບັນດາປະເທດພັດທະນາເທົ່ານັ້ນ, ຫາກນັບທັງທົ່ວໂລກອີກດ້ວຍ. ຈາກນັ້ນ, ພວກເຮົາຈະຫຼຸດຜ່ອນຜົນສະທ້ອນ ເມື່ອພື້ນຖານເສດຖະກິດ ຈີນອ່ອນລົງ ແລະ ປະສົບຄວາມຫຍຸ້ງຍາກ."
            ການເພີ່ມທະວີອຸດສາຫະກຳ ປຸງແຕ່ງ, ການຜະລິດສຳຮອງເພື່ອຕອບສະໜອງວັດສະດຸ, ວັດຖຸດິບພາຍໃນປະເທດ ແລະ ຍົກສູງປະສິດທິຜົນຂອງຜະລິດຕະພັນ ພິເສດແມ່ນຜະລິດຕະພັນກະເສດຈະຍົກສູງປະສິດທິຜົນໃນການຜະລິດ, ດຳເນີນທຸລະກິດ ແລະ ລັກສະນະຫຼາຍຮູບແບບຂອງແຫຼ່ງສິນຄ້າສົ່ງອອກ ແລະ ນຳເຂົ້າຂອງ ຫວຽດນາມ. ຄວາມຫຍຸ້ງຍາກທີ່ເກີດຈາກໂລກລະບາດ Covid – 19 ກໍ່ແມ່ນໂອກາດເພື່ອໃຫ້ຫວຽດນາມສ້າງໂຄງປະກອບການຕະຫຼາດສົ່ງອອກ ແລະ ແຫຼ່ງວັດຖຸດິບຄືນໃໝ່, ຈາກນັ້ນນຳບັນດາຂະແໜງຜະລິດພາຍໃນປະເທດພັດທະນາແບບຍືນຍົງ ແລະ ມີຄວາມເປັນປົກກະຕິ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top