• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ​ຢືນ​ຢູ່​ອັນ​ດັບ​ທີ 2 ໃນ​ຈຳ​ນວນ​ເກືອບ 100 ປະ​ເທດ ກ່ຽວ​ກັບ​ຜົນ​ສຳ​ເລັດ​​ຂອງ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19

ທ່ານ Kamal Malhotra ຜູ້ປະສານງານຂອງ ສປຊ ປະຈຳ ຫວຽດນາມ ຖືວ່າ ຜົນສຳເລັດຂອງ ຫວຽດນາມ ໃນການຮັບມືກັບໂລກລະບາດໂຄວິດ - 19 ອີ່ງໃສ່ 3 ປັດໄຈນັ້ນແມ່ນ: ຊອກຄົ້ນຫາຜູ້ຕິດເຊື້ອ, ວິໄຈຫາເຊື້ອຢ່າງມີຍຸດທະສາດ ແລະ ວາງອອກສານຢ່າງຈະແຈ້ງ.
ພາບປະກອບ

ໜັງສືພິມເອເລັກໂຕນິກ Business Insider ຂອງ ອາເມລິກາ ຫວ່າງແລ້ວນີ້, ໄດ້ລົງບົດຂຽນຍ້ອງຍໍສັນລະເສີນວຽກງານປ້ອງກັນຕ້ານໂລກລະບາດໂຄວິດ - 19 ຂອງຫວຽດນາມ. ບົດຂຽນໃຫ້ຮູ້ວ່າ ຫວຽດນາມ ຢືນຢູ່ອັນດັບທີ 2 ໃນຈະນວນເກືອບ 100 ປະເທດກ່ຽວກັບຜົນສຳເລັດຂອງການຮັບມືກັບໂລກລະບາດໂຄວິດ - 19.

ທ່ານໝໍ Guy Thwaites  ເຊິ່ງພວມເຮັດວຽກໃນຂົງເຂດພະຍາດຕິດແພດ ຢູ່ໂຮງໝໍແຫ່ງໜຶ່ງທີ່ຖືກລັດຖະບານ ຫວຽດນາມ ມອບໝາຍໜ້າທີ່ປະຕິບັດການປິ່ນປົວໃຫ້ແກ່ຜູ້ຕິດເຊື້ອພະຍາດໂຄວິດ - 19 ໃຫ້ຮູ້ວ່າ ລັດຖະບານ ຫວຽດນາມ ຮັບມືກັບໂລກລະບາດໂຄວິດ - 19 ໂດຍໄວ ແລະ ຂ້ຽວຂາດ. ຕາມທ່ານໝໍ Guy Thwaites  ແລ້ວ, ບັນດາໂຮງຮຽນໄດ້ປິດປະຕູ ແລະ ບັນດາຖ້ຽວບິນສາກົນໄປຍັງຫວຽດນາມ ຖືກຈຳກັດ.

ທ່ານ Kamal Malhotra ຜູ້ປະສານງານຂອງ ສປຊ ປະຈຳ ຫວຽດນາມ ຖືວ່າ ຜົນສຳເລັດຂອງ ຫວຽດນາມ ໃນການຮັບມືກັບໂລກລະບາດໂຄວິດ - 19 ອີ່ງໃສ່ 3 ປັດໄຈນັ້ນແມ່ນ: ຊອກຄົ້ນຫາຜູ້ຕິດເຊື້ອ, ວິໄຈຫາເຊື້ອຢ່າງມີຍຸດທະສາດ ແລະ ວາງອອກສານຢ່າງຈະແຈ້ງ.

ໃນບົດຂຽນໜຶ່ງຂອງຕົນ ສປຊ, ທ່ານ Kamal Malhotra ຖືວ່າ ຜົນສຳເລັດຂອງ ຫວຽດນາມ ເປັນໜ້າຈົດຈຳ ເມື່ອປະເທດນີ້ມີຊາຍແດນຕິດກັບປະເທດເປັນແຫ່ງແຜ່ເຊື້ອໂລກລະບາດໂຄວິດ - 19.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top