• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ໜູນຊ່ວຍ​ ລາວ ສ້າງ​ແຜນຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ານ​ຂໍ້​ມູນ​ໃນ​ປີ 2024

ຫວຽດນາມ ກຽມພ້ອມທີ່ຈະຊ່ວຍເຫຼືອ ລາວ ສ້າງແຜນຍຸດທະສາດພັດທະນາລະຫັດອິນເຕີເນັດປະເທດ .la (ດ໋ອດລາ) ລວມມີນະໂຍບາຍຄຸ້ມຄອງ, ຮູບແບບຄຸ້ມຄອງ, ການຮ່ວມມືແບບ Registry – Registry, ແຜນພັດທະນາ ແລະ ບັນດາກິດຈະກຳແມ່ນແນ່ໃສ່ປະກອບສ່ວນຊຸກຍູ້ການຄ້າອີເລັກໂຕນິກ ແລະ ລັດຖະບານອີເລັກໂຕນິກຢູ່ລາວ.
ພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື ລະຫວ່າງ VNNIC ແລະ LRTA (ພາບ: TTXVN)

ວັນທີ 10 ມັງກອນ, ທີ່ນະຄອນຫຼວງວຽງຈັນ, ໃນຂອບເຂດສັບປະດາດິຈິຕອນປະຈຳປີ 2024 ຂອງລາວ ຈັດຂື້ນໃນລະຫວ່າງວັນທີ 11-14 ມັງກອນ, ຄະນະຜູ້ແທນກະຊວງຖະແຫຼ່ງຂ່າວ ແລະ ການສື່ສານ ຫວຽດນາມ ໂດຍທ່ານຮອງລັດຖະມົນຕີ ຫງ໋ວຽນຮຸຍຢຸ໋ງ ເປັນຫົວໜ້າຄະນະ, ໄດ້ມີການເຮັດວຽກກັບຄະນະຜູ້ແທນກະຊວງເຕັກໂນໂລຊີ ແລະ ການສື່ສານ ລາວ ໂດຍທ່ານຮອງລັດຖະມົນຕີ ແກ້ວວິສຸກ ໂສລະພົມ ເປັນຫົວໜ້າຄະນະ. ທ່ານ ຫງ໋ວຽນຮຸຍຢຸ໋ງ ຮອງລັດຖະມົນຕີກະຊວງຖະແຫຼ່ງຂ່າວ ແລະ ການສື່ສານ ຫວຽດນາມ ເໜັ້ນໜັກວ່າ: ຫວຽດນາມ ກຽມພ້ອມທີ່ຈະຊ່ວຍເຫຼືອ ລາວ ສ້າງແຜນຍຸດທະສາດພັດທະນາລະຫັດອິນເຕີເນັດປະເທດ .la (ດ໋ອດລາ) ລວມມີນະໂຍບາຍຄຸ້ມຄອງ, ຮູບແບບຄຸ້ມຄອງ, ການຮ່ວມມືແບບ Registry – Registry, ແຜນພັດທະນາ ແລະ ບັນດາກິດຈະກຳແມ່ນແນ່ໃສ່ປະກອບສ່ວນຊຸກຍູ້ການຄ້າອີເລັກໂຕນິກ ແລະ ລັດຖະບານອີເລັກໂຕນິກຢູ່ລາວ; ພ້ອມກັນນັ້ນຈະແບ່ງປັນປະສົບການວຽກງານສ້າງຕັ້ງລະບົບພື້ນຖານໂຄງລ່າງຮັບປະກັນຄວາມປອດໄພດ້ານຂໍ້ມູນໃຫ້ບັນດາກອງປະຊຸມຂັ້ນສູງ ໃນປີທີ່ລາວຮັບໜ້າທີ່ເປັນປະທານ ອາຊຽນ 2024.    

ສອງຝ່າຍເຫັນດີເປັນເອກພາບໃນໄລຍະທີ່ຈະມາເຖິງ ຈະສືບຕໍ່ເພີ່ມທະວີການແລກປ່ຽນ, ຊຸກຍູ້ການຜັນຂະຫຍາຍບັນດາໂຄງການລະອຽດ ເພື່ອແນ່ໃສ່ຍົກສູງຄວາມຮູ້ຄວາມສາມາດໃຫ້ບຸກຄະລາກອນທີ່ເຄື່ອນໄຫວຮັບໃຊ້ໃຫ້ສູນຕິດຕາມກວດກາເຄືອຂ່າຍອິນເຕີເນັດແຫ່ງຊາດລາວ ກໍ່ຄືໜູນຊ່ວຍລາວບຳລຸງສ້າງຊັບພະຍາກອນມະນຸດຢູ່ບັນດາໂຮງຮຽນຕ່າງໆ ໃນລະດັບປະລິນຍາຕີ ແລະ ປະລິນຍາໂທ, ພິເສດແມ່ນບຳລຸງສ້າງບາງເນື້ອໃນໃໝ່ທີ່ຈຳເປັນ ເຊັ່ນເຕັກໂນໂລຊີການເງິນ fintech, ການຫັນເປັນດິຈິຕອນ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕຳຫຼວດ​ທົ່ວ​ປະ​ເທດ​ຄັ້ງ​ທີ 81

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕຳຫຼວດ​ທົ່ວ​ປະ​ເທດ​ຄັ້ງ​ທີ 81

ໃນພາລະກິດແຫ່ງການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນທົ່ວສັງຄົມ, ພະນັກງານ, ນັກຮົບຕຳຫຼວດ ມີຄວາມກ້າຫານຕໍ່ສູ້, ກຽມພ້ອມເສຍສະຫຼະເພື່ອຄວາມສະຫງົບ, ຄວາມຜາສຸກຂອງປະຊາຊົນ.

Top