• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ໄທ ໃຫ້​ຄຳໝັ້ນ​ສັນ​ຍາ​ຍູ້​ແຮງ​ກາ​ນ​ຮ່ວມ​ມື

ໂຄສົກລັດຖະບານ ໄທ ທ່ານ ອະນຸຈາ ບູຣະພະໄຈສີ ໃຫ້ຮູ້ວ່າ ໄທ ແລະ ຫວຽດນາມ ຢັ້ງຢືນຄືນໃໝ່ຄຳຕັດສິນໃຈ ເຮັດໃຫ້ສາຍພົວພັນຮ່ວມມືສອງຝ່າຍເລິກເຊິ່ງຂຶ້ນຕື່ມ ແລະ ເຮັດວຽກນຳກັນຢ່າງແໜ້ນແຟ້ນກວ່າອີກ ໃນຂອບເຂດສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ).

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ປະຣາຢຸດ ຈັນໂອຊາ (ພາບ: TTXVN)

ສື່ມວນຊົນປະເທດປະຈຳຖິ່ນໄດ້ຄັດສະເໜີຄຳເວົ້າຂອງທ່ານ ອະນຸຈາ ທີ່ຊີ້ແຈ້ງຄຳໝັ້ນສັນຍາດັ່ງກ່າວ ໂດຍທ່ານນາຍົກລັດຖະມົນຕີ ໄທ ປະຣາຢຸດ ຈັນໂອຊາ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຍົກອອກມາໃນການໂອ້ລົມທາງໂທລະສັບໃນວັນທີ 6 ພະຈິກ. ໃນການໂອ້ລົມທາງໂທລະສັບຄັ້ງນີ້, ສອງຝ່າຍໄດ້ເຫັນດີພິຈາລະນາກສຍຈັດຕັ້ງກອງປະຊຸມຄະນະລັດຖະບານຮ່ວມກັນລະຫວ່າງ ໄທ - ຫວຽດນາມ (JCR) ຄັ້ງທີ 4 ໃນປີຈະມາເຖິງ ເມື່ອໂລກລະບາດໂຄວິດ - 19 ຫຼຸດຜ່ອນລົງ ເພື່ອສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ. ໃນການໂອ້ລົມດັ່ງກ່າວ ກໍໄດ້ເຕື້ອງເຖິງບັນຫາ ແມ່ນ້ຳຂອງ ໃນຂອບເຂດການຮ່ວມມື ແມ່ຂອງ - ແມ່ນ້ຳລ້ານຊ້າງ ແລະ ການເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດ ອາຊຽນ ໃນການສະກັດກັ້ນການແຜ່ລາມຂອງໂລກລະບາດໂຄວິດ - 19.

        ຕາມທ່ານ ອະນຸຈາ ແລ້ວ, ທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງທີ່ຈະຈັດຂຶ້ນໃນອາທິດໜ້າ ໂດຍ ຫວຽດນາມ ເປັນປະທານ, ຄາດວ່າ ໄທ ແລະ ຫວຽດນາມ ຈະແລກປ່ຽນທັດສະນະກ່ຽວກັບຫຼາຍບັນຫາອື່ນໆ ເປັນຕົ້ນແມ່ນ ສະເໜີສ້າງຕັ້ງ ສູນ ອາຊຽນ ຮັບຜິດຊອບບັນດາກໍລະນີສາທາລະນະສຸກສຸກເສີນ ແລະ ພະຍາດທີ່ເກີດຂຶ້ນໃໝ່ ກໍຄື ສ້າງຕັ້ງ ສາງສະສົມອຸປະກອນການແພດໃນພາກພື້ນ./.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top