• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸ​ດ​ທະ​ສາດ​ຮອບ​ດ້ານ

ທ່ານນາຍົກລັດຖະມົນຕີ ອົດສະຕາລີ ໃຫ້ຮູ້ວ່າ ເລື່ອງ ຫວຽດນາມ - ອົດສະຕາລີ ຍົກລະດັບການພົວພັນຄູ່ຮ່ວມມືຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ, ມີປະສິດທິຜົນໃນບັນດາຂົງເຂດ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese

ຕອນເຊົ້າວັນທີ 7 ມີນາ, ຢູ່ຫໍສະພາແຫ່ງຊາດ ນະຄອນຫຼວງ Canberra ປະເທດ ອົດສະຕາລີ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ແລະ ພັນລະຍາໄດ້ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນ ຂັ້ນສູງ ຫວຽດນາມ ຢ້ຽມຢາມອົດສະຕາລີຢ່າງເປັນທາງການ, ໃນລະຫວ່າງວັນທີ 7 – 9 ມີນາ. ພາຍຫຼັງພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ ພ້ອມກັນຂຽນໃນປຶ້ມອະນຸສອນ ແລະ ແລກປ່ຽນຂອງຂວັນກັບທ່ານນາຍົກລັດຖະມົນຕີ ອົດສະຕາລີ ແລະ ພັນລະຍາ.

ທີ່ການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ໄດ້ເຫັນດີເປັນເອກະພາບຍົກລະດັບການພົວພັນຂຶ້ນສູ່ລະດັບການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ແລະ ແລກປ່ຽນ, ເຫັນດີເປັນເອກະພາບພ້ອມກັນສົມທົບກັນຢ່າງແໜ້ນແຟ້ນ ເພື່ອປະຕິບັດບັນດາທິດທາງໃຫຍ່ແນໃສ່ນຳການຮ່ວມມືໃນບັນດາຂົງເຂດເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທດຈິງກ່ວາອີກ. ໃນນັ້ນ ມີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການຕ່າງປະເທດສູງກ່ວາ, ມີຍຸດທະສາດກ່ວາ, ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນແບບກວມລວມ, ແທດຈິງ ມີປະສິດທິຜົນກ່ວາ, ຊຸກຍູ້ການຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ, ຫັນປ່ຽນສີຂຽວຢ່າງແຮງກ່ວາ, ມີຄວາມເຂົ້າໃຈ, ເຫັນໃຈ ແລະ ແບ່ງປັນຫຼາຍກ່ວາອີກກ່ຽວກັບການຮ່ວມມືໃນການປ້ອງກັນຊາດ - ປ້ອງກັນທີ່ການພົບປະກັບວົງການນັກຂ່າວ  ພາຍຫຼັງພິທີໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ ໃຫ້ຮູ້ວ່າ ເລື່ອງ ຫວຽດນາມ - ອົດສະຕາລີ ຍົກລະດັບການພົວພັນຄູ່ຮ່ວມມືຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ, ມີປະສິດທິຜົນໃນບັນດາຂົງເຂດ. ຫວຽດນາມ ແລະ ອົດສະຕາລີ ຊຸກຍູ້ການຮ່ວມມືດ້ານການຄ້າການລົງທຶນ ເພື່ອຊຸກຍູ້ຄວາມວັດທະນາຖາວອນ ກ່ຽວກັບເສດຖະກິດລະຫວ່າງສອງປະເທດ, ເພີ່ມທະວີການຮ່ວມມືໃນຂົງເຂດການສຶກສາ, ບຳລຸງສ້າງ, ການອອກແຮງງານ, ການເຮັດວຽກ, ເຫັນດີເປັນເອກະພາບມີຂໍ້ຕົກລົງຄູ່ຮ່ວມມືກ່ຽວກັບການຮັກສາສັນຕິພາບ, ພ້ອມທັງຍົກສູ່ ລະດັບການໂອ້ລົມສົນທະນາກ່ຽວກັບຄວາມໝັ້ນຄົງລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ຂຶ້ນເປັນລະດັບລັດຖະມົນຕີ.

(ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ ມີ​ແຜນ​ການ​ຢຸດ​ຕິ​ການ​ອອກວິ​ຊາ ໃຫ້​ແກ່ 75 ປະ​ເທດ

ອາ​ເມ​ລິ​ກາ ມີ​ແຜນ​ການ​ຢຸດ​ຕິ​ການ​ອອກວິ​ຊາ ໃຫ້​ແກ່ 75 ປະ​ເທດ

ຕາມບົດລາຍງານແລ້ວ, ໃນຈຳນວນບັນດາປະເທດຖືກຜົນສະທ້ອນລວມມີ ໂຊມາລີ, ລັດເຊຍ, ອີຣານ, ອາບການິດສະຖານ, ບຣາຊິນ, ນີເຊລີ ແລະ ໄທ.

Top