• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ປະ​ສານ​ສົມ​ທົບ​ກັນ​ຄົ້ນ​ຄ້​ວາ​ເອ​ກະ​ສານ​ນັບລ້ານ​ໜ້າ​ເພື່ອ​ຄົ້ນ​ຫາອັດ​ຖິ​ທະ​ຫານ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ

ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ຮ່ວມ​ມື​ສຳ​ຄັນເພື່ອ​ແນ​ໃສ່​ຊຸກ​ຍູ້ “ບັ້ນ​ເຄື່ອນ​ໄຫວ 500 ວັນ​ ແລະ ຄືນ​ຄົ້ນ​ຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື ແລະ ນາມ​ສະ​ກຸນ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ” ເຊິ່ງ ຫວຽດ​ນາມ​ ພວມ​ຜັນ​ຂະ​ຫຍາຍ.
ທ່ານ ຫງວຽນ​ກວັກ​ຢຸງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ ຮຽກ​ຮ້ອງ​ຝ່າຍ ອາ​ເມ​ລິ​ກາ ສືບ​ຕໍ່​ແປ່ງ​ປັນ​ຂໍ້​ມູນ, ເຕັກ​ໂນ​ໂລ​ຢີ ແລະ ແຫຼ່ງກ​ຳ​ລັງ, ຮ່ວມ​ເດີນ​ທາງ​ກັບ ຫວຽດ​ນາມ ໃນ​ວຽກ​ງານ​ແກ້​ໄຂ​ຜົນ​ຕາມ​ມາ​ຈາກ​ສົງ​ຄົມ (ພ​າບ: VNA)

ຫວຽດ​ນາມ ພວມ​ປະ​ສານ​ສົມ​ທົບ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ ອາ​ເມ​ລິ​ກາ ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຄົ້ນ​ຄ້​ວາເອ​ກະ​ສານສົງ​ຄາມ​ປະມານ 2 – 3 ລ້ານ​ໜ້າ​ທີ່​ໄດ້​ເກັບ​ຮັກ​ສາ​ຢູ່ ອົງ​ການເກັບ​ຮັກ​ສາສຳເນົາເອກະສານ​ແຫ່ງ​ຊາດ ອາ​ເມ​ລິ​ກາ (NARA), ເພື່ອ​ແນ​ໃສ່​ຊອກ​​ຫາ​ຂໍ້​ມູນ​ກ່ຽວ​ກັບ​ບັນ​ດາ​ຂຸມ​ຝັງ​ສົບ​ລວມ ແລະ ບ່ອນ​ຝັງ​ສົບ​ທະ​ຫານ ຫວຽດ​ນາມ ທີ່​ເສຍ​ສະຫຼະ​ຊີ​ວິດ​ໃນ​ສົງ​ຄາມ. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ຮ່ວມ​ມື​ສຳ​ຄັນເພື່ອ​ແນ​ໃສ່​ຊຸກ​ຍູ້ “ບັ້ນ​ເຄື່ອນ​ໄຫວ 500 ວັນ​ ແລະ ຄືນ​ຄົ້ນ​ຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື ແລະ ນາມ​ສະ​ກຸນ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ” ເຊິ່ງ ຫວຽດ​ນາມ​ ພວມ​ຜັນ​ຂະ​ຫຍາຍ.

ຂໍ້​ມູນ​ດັ່ງ​ກ່າວ​ໂດຍ ​ທ່ານ ຫງວຽນ​ກວັກ​ຢຸງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ ​ແບ່​ງ​ປັນ​ທີ່​ການ​ໂອ້​ລົມ​ສົນ​ທະ​ນາ​ກ່ຽວ​ກັບ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງ​ຄາມ​ຢູ່ ຫວຽດ​ນາມ, ລາວ ແລະ ກຳ​ປູ​ເຈຍ ໂດຍ​ສູນ Stimson ແລະ ກຸ່ມ​ປະ​ຕິ​ບັດ​ງານກ່ຽວ​ກັບ​ມໍ​ລະ​ດົກສົງ​ຄາມ ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ Washington (ອາ​ເມ​ລິ​ກາ), ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຕາງ​ໜ້າ​​ດ້ານການ​ທູດ, ບັນ​ດາ​ນັກ​ຊ່ຽວ​ຊານ ແລະ ບັນດາອົງການເຄື່ອນໄຫວ​ໃນ​ຂົງ​ເຂດ​ແກ້​ໄຂ​ຜົນຮ້າຍ​ຢ້ອນ​ຫຼັງຈາກ​ສົງ​ຄາມ.

ຕາມ​ທ່ານ ຫງວຽນ​ກວັກ​ຢຸງ ແລ້ວ, ຫວຽດ​ນາມ ພວມ​ລະ​ດົມ​ແຫຼ່ງ​ກຳ​ລັງ​ທີ່ໃຫຍ່​ຫຼວງ​ເພື່ອ​​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ບັ້ນເຄື່ອນ​ໄຫວ 500 ວັນ ​ແລະ ​ຄືນ, ດ້ວຍ​ເປົ້າ​ໝາຍ​ຄົ້​ນ​ຫາ, ທ້ອນ​ໂຮມ​ອັດ​ຖຸ​ນັກ​ຮົບ​ເສຍ​ສະ​ຫຼະ​ວິດ​ເພື່ອ​ຊາດ​ປະ​ມານ 7.000 ອັດ​ຖິ, ຍູ້​ແຮງ​ການ​ຢັ້ງ​ຢືນ​​ຊື່ ແລະ ນາມ​ສະ​ກຸນຜ່ານ​ຖານ​ຂໍ້​ມູນ AND ຍາດຕິພີ່​ນ້ອງ ແລະ ​ການ​ມ້າງ​ທຳ​ລາຍ​ລູກ​ລະ​ເບີດທີ່​ຍັງ​ບໍ່​ທັນ​ແຕກ​ຢູ່​ບັນ​ດາ​ສະ​ໜາມ​ຮົບ​ຈຸດ​ສຸມ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top