• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ສິງ​ກະ​ໂປ ​ຊຸກ​ຍູ້​ການ​ຮ່ວມ​ມືໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ ປະ​ດິດ​ຄິດ​ສ້າງ

ຫວຽດນາມ ແລະ ສິງກະໂປ ຈະເປີດກ້ວາງການຊຸກຍູ້ການຮ່ວມມືໃນຂົງເຂດເຕັກໂນໂລຊີ ປະດິດຄິດສ້າງ.

ກອງປະຊຸມຂັ້ນລັດຖະມົນຕີຄັ້ງທີ 14 ກ່ຽວກັບການເຊື່ອມຕໍ່ເສດຖະກິດລະຫວ່າງ ຫວຽດນາມ - ສິງກະໂປ (ພາບ: ມີບີ່ງ/Vietnam+)

ນີ້ແມ່ນຂົງເຂດໃໝ່ໃນການພົວພັນຮ່ວມມືເສດຖະກິດລະຫວ່າງສອງປະເທດທີ່ໄດ້ຍົກອອກມາຢູ່ກອງປະຊຸມຂັ້ນລັດຖະມົນຕີຄັ້ງທີ 14 ກ່ຽວ ກັບການເຊື່ອມຕໍ່ເສດຖະກິດລະຫວ່າງ ຫວຽດນາມ - ສິງກະໂປ ໃນວັນທີ 13 ມີນາ, ຢູ່ປະເທດ ສິງກະໂປ, ພາຍໃຕ້ການເປັນປະທານຮ່ວມຂອງທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີ໊ຢູງ ແລະ ທ່ານ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ສິງກະໂປ ເຈິ໊ນເຈິນເຊິງ.

ທີ່ກອງປະຊຸມ, ລັດຖະມົນຕີທັງສອງທ່ານໄດ້ເຫັນດີເປັນເອກະພາບຕໍ່ການເພີ່ມ ເຕີມຂົງເຂດການຮ່ວມມືປ່ຽນແປງໃໝ່ປະດິດຄິດສ້າງ ແລະ ເຕັກໂນໂລຊີຕື່ມອີກໃນສະພາບການປະຕິວັດ 4.0 ທີ່ພວມ ພັດທະນາຢ່າງແຮງ. ບົນພື້ນຖານນັ້ນ, ບັນດາອົງການທີ່ກ່ຽວຂ້ອງຂອງທັງສອງປະເທດຈະສ້າງແຜນການດຳເນີນງານ, ດ້ວຍບັນດາໂຄງການທີ່ລະອຽດເພື່ອໃຫ້ທັງສອງຝ່າຍ ພ້ອມກັນຜັນຂະຫຍາຍ.

        ທີ່ກອງປະຊຸມ, ຝ່າຍ ສິງກະໂປ ໄດ້ຍົກອອກບັນດາຂໍ້ລິເລີ່ມໃໝ່ໃນຂົງເຂດການຮ່ວມມືກ່ຽວກັບການສຶກສາ ແລະ ບຳລຸງສ້າງທີ່ຕິດພັນກັບເຕັກໂນໂລຊີ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top