• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ລັດ​ເຊຍ ເພີ່ມ​ທະ​ວີ​ການ​ພົວ​ພັນ​ໃນ​ຂົງ​ເຂດ​ສື່ມວນ​ຊົນ

ທ່ານຜູ້ອຳນວຍການໃຫຍ່ Sergei Mikhailov ຢັ້ງຢືນວ່າ TASS ມີການພົວພັນຢ່າງໃກ້ຊິດສະໜິດແໜ້ນກັບ ຫວຽດນາມ ທີ່ສຸດ, TASS ມີໜ້າຢູ່ ຫວຽດນາມ ນັບແຕ່ປີ 1964 ມາຮອດປັດຈຸບັນ.
ທ່ານເອກອັກຄະລັດຖະທູດ ດັ່ງມິງຄອຍ ຖ່າຍຮູບກັບຄະນະການນຳສຳນັກຂ່າວສານ TASS (ພາບ: TTXVN)

ວັນທີ 1 ມິຖຸນາ, ຢູ່ສຳນັກງານສຳນັກຂ່າວສານ TASS ຢູ່ນະຄອນຫຼວງ ມົດສະກູ, ທ່ານ ດັງມິງຄອຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລັດເຊຍ ໄດ້ມີການເຮັດວຽກ ກັບຄະນະການນຳສຳນັກຂ່າວສານຂອງປະເທດ ລັດເຊຍ.

ທ່ານຜູ້ອຳນວຍການໃຫຍ່ Sergei Mikhailov ຢັ້ງຢືນວ່າ TASS ມີການພົວພັນຢ່າງໃກ້ຊິດສະໜິດແໜ້ນກັບ ຫວຽດນາມ ທີ່ສຸດ, TASS ມີໜ້າຢູ່ ຫວຽດນາມ ນັບແຕ່ປີ 1964 ມາຮອດປັດຈຸບັນ. TASS ມີການພົວພັນຢ່າງສະໜິດແໜ້ນກັບສຳນັກຂ່າວສານຫວຽດນາມ, ສອງຝ່າຍໄດ້ກຳນົດໂຄງການຮ່ວມມືໃຫຍ່ກ່ອນໄລຍະເກີດພະຍາດໂຄວິດ - 19 ແລະ ພວມຊອກຫາວິທີການເພື່ອຟື້ນຟູໂຄງການນີ້.

ສ່ວນທ່ານເອກອັກຄະລັດຖະທູດ ດັງມິງຄອຍ ໃຫ້ຮູ້ວ່າ ທ່ານຫວັງວ່າ TASS ແລະ ສຳນັກຂ່າວສານ ຫວຽດນາມ ຈະສືບຕໍ່ເພີ່ມທະວີການພົວພັນຢ່າງແໜ້ນແຟ້ນ, ພ້ອມທັງ TASS ອາດຈະຊ່ວຍບຳລຸງສ້າງນັກຂ່າວໃຫ້ແກ່ ຫວຽດນາມ. ທ່ານກໍ່ຫວັງວ່າ TASS ຈະລົງຂ່າວກ່ຽວກັບ ຫວຽດນາມ ກໍ່ຄືການພົວພັນລະຫວ່າງ ຫວຽດນາມ ແລະ ລັດເຊຍ ຫຼາຍກ່ວາອີກ.

(ແຫຼ່ງຄັດຈາກ VOV)

ສະຫາຍອເລຂາທິການໃຫຍ່ ໂຕເລີມ: ສຳນັກຂ່າວສານ ຫວຽດນາມ ສືບຕໍ່ຢືນຢັນບົດບາດເປັນອົງການຂ່າວສານຍຸດທະສາດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງ ພັກ ແລະ ລັດ

ສະຫາຍອເລຂາທິການໃຫຍ່ ໂຕເລີມ: ສຳນັກຂ່າວສານ ຫວຽດນາມ ສືບຕໍ່ຢືນຢັນບົດບາດເປັນອົງການຂ່າວສານຍຸດທະສາດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງ ພັກ ແລະ ລັດ

ຕອນເຊົ້າວັນທີ 14 ກັນຍາ, ຢູ່ສູນສຳນັກຂ່າວແຫ່ງຊາດ, ເລກທີ 5 ຫຼີເຖື່ອງກຽດ, ຮ່າໂນ້ຍ, ສຳນັກຂ່າວສານຫວຽດນາມ (VNA) ໄດ້ຈັດພິທີມອບຫຼຽນໄຊ ໂຮ່ຈີມິນ (ເປັນຄັ້ງທີ 3) ແລະ ສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຂອງສຳນັກຂ່າວສານ ຫວຽດນາມ (ວັນທີ 15 ກັນຍາ 1945 - ວັນທີ 15 ກັນຍາ 2025). ສະຫາຍເລຂາທິການໃຫຍ່ ໂຕເລີມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ. ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ, ປະທານສະພາແຫ່ງຊາດ ເຈີ່ນແທງເໝີ໊ນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ໊ວັນຈ໋ຽນ ໄດ້ສົ່ງກະຕ່າດອກໄມ້ ແລະ ຈົດໝາຍອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຂອງສຳນັກຂ່າວສານ ຫວຽດນາມ.

Top