• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແມ່ນ​ສະ​ມາ​ຊິ​ກ​ທີ່​ໄດ້​ຮັບ​ຄວາມ​ເຄົ​າ​ລົບ, ເປັນ​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ມີ​ລັກ​ສະ​ນະ​ສ້າງ​ສາ

ນັບແຕ່ເວລາເຂົ້າເປັນສະມາຊິກອາຊຽນ, ຫວຽດນາມໄດ້ກາຍເປັນສ່ວນໜຶ່ງທີ່ສຳຄັນຂອງອົງການໃນພາກພື້ນນີ້, ຫວຽດນາມແມ່ນສະມາຊິກໄດ້ຮັບຄວາມເຄົາລົບທີ່ສຸດ, ເປັນໜ້າໄວ້ເນື້ອເຊື່ອໃຈ ແລະ ມີລັກສະນະສ້າງສາໃນອາຊຽນ. ຫວຽດນາມແມ່ນຂົວເຊື່ອມຕໍ່ລະຫວ່າງ 5 ປະເທດອາຊຽນ ທຳອິດ ກັບ ບັນດາປະເທດຄື: ກຳປູເຈຍ, ລາວ ແລະ ມຽນມາ ເຊິ່ງແມ່ນບັນດາປະເທດເຂົ້າເປັນສະມາຊິກຕາມຫຼັງ.


ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມສຸດຍອດ ອາຊຽນຄັ້ງທີ 39

(ພາບ: TTXVN) 


ຕາມຂໍ້ສັງເກດຂອງທ່ານ ປ.ອ Frederick Kliem, ນັກຊ່ຽວຊານຄົ້ນຄ້ວາສັງກັດ ສູນຄົ້ນຄ້ວາລັດທິຫຼາຍຝ່າຍ, ໂຮງຮຽນຄົ້ນຄ້ວາສາກົນ S.Rajaratanam, ສິງກະໂປແລ້ວ, ໃນເລວາ 25 ປີທີ່ຜ່ານມາ, ນັບແຕ່ເວລາເຂົ້າເປັນສະມາຊິກອາຊຽນ, ຫວຽດນາມໄດ້ກາຍເປັນສ່ວນໜຶ່ງທີ່ສຳຄັນຂອງອົງການໃນພາກພື້ນນີ້, ຫວຽດນາມແມ່ນສະມາຊິກໄດ້ຮັບຄວາມເຄົາລົບທີ່ສຸດ, ເປັນໜ້າໄວ້ເນື້ອເຊື່ອໃຈ ແລະ ມີລັກສະນະສ້າງສາໃນອາຊຽນ. ຫວຽດນາມແມ່ນຂົວເຊື່ອມຕໍ່ລະຫວ່າງ 5 ປະເທດອາຊຽນ ທຳອິດ ກັບ ບັນດາປະເທດຄື: ກຳປູເຈຍ, ລາວ ແລະ ມຽນມາ ເຊິ່ງແມ່ນບັນດາປະເທດເຂົ້າເປັນສະມາຊິກຕາມຫຼັງ. ທ່ານ ປ.ອ Frederick ໄດ້ຕີລາຄາວ່າ ເປັນຈະແຈ້ງແລ້ວວ່າ, ຫວຽດນາມສວມບົດບາດເປັນເຈົ້າການໃນປະຊາຄົມຄວາມໝັ້ນຄົງການເມືອງ, ພິເສດແມ່ນຄວາມໝັ້ນຄົງໃນພາກພື້ນ ແລະ ການເດີນເຮືອ. ຫວຽດນາມຍາມໃດກໍ່ຢູ່ແຖວໜ້າໃນຂົງເຂດນີ້. ທ່ານຖືວ່າ ດ້ວຍຄວາມເຄົາລົບເຊິ່ງຫວຽດນາມບັນລຸໄດ້ ໃນບັນດາປະເທດອາຊຽນ ແລະ ໃນປະຊາຄົມທົ່ວໂລກນັ້ນ, ຫວຽດນາມ ສາມາດສວມບົດບາດນຳໜ້າໃນພາກພື້ນໄດ້ຢ່າງແທ້ຈິງ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top