• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແມ່ນ​ສະ​ມາ​ຊິກ​ທີ່ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ IPU

 ຕອນຄ່ຳວັນທີ 01 ພະຈິກ, ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໂດຍທ່ານ ຫງວຽນວັນເຢົາ ຫົວໜ້າກຳມາທິການພົວພັນຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ ເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມກອງປະຊຸມອອນລາຍພິເສດຂອງ ສະພາບໍລິຫານລັດຖະສະພາບັນດາປະເທດໃນໂລກ (IPU).

ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: dangcongsan.vn)

ກອງປະຊຸມດັ່ງກ່າວຖືກດຳເນີນເປັນເວລາ 3 ວັນ ແຕ່ວັນທີ 1 ຫາວັນທີ 4 ພະຈິກ ດ້ວຍລາຍການດຳເນີນງານສຳຄັນທີ່ສຸດນັ້ນແມ່ນ ການເລືອກຕັ້ງປະທານ IPU ແທນໃຫ້ທ່ານນາງ Gabriela Cuevas Barron ເຊິ່ງໄດ້ສິ້ນສຸດອາຍຸການໃນເດືອນຕຸລາ 2020. ກອງປະຊຸມດັ່ງກ່າວ ມີການເຂົ້າຮ່ວມຂອງສະມາຊິກລັດຖະສະພາຈຳນວນ 454 ທ່ານ ທີ່ມາຈາກ 144 ຄະນະຜູ້ແທນ.

        ຄະນະສະມາຊິກສະພາແຫ່ງຊາດຫວຽດນາມ ໄດ້ມີການເຂົ້າຮ່ວມຢ່າງຕັ້ງໜ້າໃນກອງປະຊຸມຂອງ ສະພາ IPU, ອັນໄດ້ສະແດງໃຫ້ເຫັນບົດບາດເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງ IPU, ບັນດາເວທີປາໄສຂອງລັດຖະສະພາສາກົນ ແລະ ພາກພື້ນຕ່າງໆ. ຫວຽດນາມ ຢັ້ງຢືນສະໜັບສະໜູນການພັດທະນາຂອງ IPU, ປະຕິບັດຕາມບັນດາຂໍ້ກຳນົດຂອງ IPU ພ້ອມທັງຮັບປະກັນຫຼັກການໝູນວຽນເພື່ອສິດ, ຜົນປະໂຫຍດລວມຂອງບັນດາລັດຖະສະພາສະມາຊິກຂອງ IPU.

        ຄາດວ່າ, ໃນກອງປະຊຸມສະພາບໍລິຫານຄັ້ງນີ້, ບັນດາຜູ້ແທນຈະຮັບຮອງເອົາບົດລາຍງານການເຄື່ອນໄຫວຂອງປະທານ IPU ແລະ ບາງບົດລາຍງານອື່ນໆ. ສະພາບໍລິຫານ IPU ກໍຈະພິຈາລະນາການຈັດຕັ້ງກອງປະຊຸມສະມັດຊາໃຫຍ່ IPU ຄັ້ງທີ 142 ໃນປີ 2021 ຢູ່ Morocco ຖ້າຫາກມີຄວາມເປັນໄປໄດ້.

(ແຫຼ່ງຄັດຈາກ VOV)

 ເສີມຂະຫຍາຍພູມປັນຍາ ແລະ ຄຸນນະທາດ ຫວຽດນາມ, ກ້າວຂຶ້ນຢ່າງແຮງໃນສັງກາດພັດທະນາໃໝ່

ເສີມຂະຫຍາຍພູມປັນຍາ ແລະ ຄຸນນະທາດ ຫວຽດນາມ, ກ້າວຂຶ້ນຢ່າງແຮງໃນສັງກາດພັດທະນາໃໝ່

ກ່ອນທີ່ຈະຮອດປີໃໝ່ 2026, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ.

Top