• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ແຖວ​ໜ້າ​ຂອງ ໂປ​ໂລຍ​ຢູ່​ພາກ​ພື້ນ​ອ​າ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້

ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ, ທ່ານລັດຖະມົນຕີການຕ່າງປະເທດ ໂປໂລຍ Zbigniew Rau ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 16 – 17 ມີນາ. ຕອນເຊົ້າວັນທີ 16 ມີນາ, ທ່ານລັດຖະມົນຕີການຕ່າງປະເທດສອງປະເທດໄດ້ພົບປະສົນທະນາຢູ່ຮ່າໂນ້ຍ.
  ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ໂປໂລຍ Zbigniew Rau (ພາບ: baoquocte.vn)  

ນະທີ່ນີ້, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ປາດຖະໜາວ່າ ໂປໂລຍ ຈະສ້າງເງື່ອນໄຂສະດວກໃຫ້ແກ່ຜະລິດຕະພັນກະເສດ - ສິນໃນນ້ຳ ແລະ ໝາກໄມ້ຂອງ ຫວຽດນາມ ມີໜ້າຢູ່ຕະຫຼາດ ໂປໂລຍ ຫຼາຍກວ່າອີກ; ສົ່ງເສີມ ໂປໂລຍ ເພີ່ມທະວີການລົງທຶນເຂົ້າຂົງເຂດເຊິ່ງ ຫວຽດນາມ ມີຄວາມຕ້ອງການ ແລະ ໂປໂລຍ ມີທ່າແຮງ. ທ່ານລັດຖະມົນຕີ ສະເໜີວ່າ ໂປໂລຍ ຈະໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ອີຢູ - ຫວຽດນາມ (EVIPA)  ແລະ ຊຸກຍູ້ຄະນະກຳມະການເອີຣົບຍົກເລີກບັດເຫຼືອງ IUU ສຳລັບສິນຄ້າປະເພດສິນໃນນ້ຳຂອງ ຫວຽດນາມ ໂດຍໄວ.

  ການພົບປະສົນທະນາ (ພາບ: baoquocte.vn)  

ສ່ວນທ່ານລັດຖະມົນຕີການຕ່າງປະເທດ ໂປໂລຍ Zbigniew Rau ຢັ້ງຢືນວ່າ ໂປໂລຍ ຍາມໃດກໍຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນກັບ ຫວຽດນາມ, ຄູ່ຮ່ວມມືສຳຄັນແຖວໜ້າຂອງ ໂປໂລຍ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ທ່ານກໍມີຄວາມປາດຖະໜາວ່າ ສອງຝ່າຍຈະຊຸກຍູ້ການຮ່ວມມືໃນບັນດາຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ, ນະຄອນອັດສະລິຍະ, ເຕັກໂນໂລຢີສີຂຽວ, ປົກປັກຮັກສາສິ່ງແວດລ້ອມ..

ສອງຝ່າຍເຫັນດີເປັນເອກະພາບ ເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນໃນເວທີປາໄສຫຼາຍຝ່າຍ ແລະ ສາກົນ. ສອງຝ່າຍກໍເຫັນດີຊຸກຍູ້ການຮ່ວມມືສອງຝ່າຍໃນຂົງເຂດຕ່າງໆ.

ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສະຖາບັນພົວພັນຕ່າງປະເທດ ຫວຽດນາມ ແລະ ສະຖາບັນພົວພັນຕ່າງປະເທດ ໂປໂລຍ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top