• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ​ສິງ​ກະ​ໂປ​ໃນ​ອາ​ຊຽນ

ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານສິງກະໂປ ທ່ານນາງ Josephine Teo, ຕີລາຄາວ່າ ປັດຈຸບັນ ຫວຽດນາມເປັນໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕໄວທີ່ສຸດ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ເປັນຄູ່ຮ່ວມມືແລະ ເປັນເພື່ອນມິດທີ່ສຳຄັນຂອງສິງກະໂປໃນ ອາຊຽນ.

ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານສິງກະໂປ ທ່ານນາງ  Josephine Teo, ຕີລາຄາວ່າ ປັດຈຸບັນ ຫວຽດນາມເປັນໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕໄວທີ່ສຸດ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ເປັນຄູ່ຮ່ວມມືແລະ ເປັນເພື່ອນມິດທີ່ສຳຄັນຂອງສິງກະໂປໃນອາຊຽນ.

    

ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ມາຍເຟືອກຢຸງ ກ່າວຄຳເຫັນທີ່ພິທີ

(ພາບ: TTXVN)

ພາຍຫຼັງ 2 ປີທີ່ຖືກງົດໄວ້ຍ້ອນພະຍາດໂຄວິດ - 19, ຕອນຄ່ຳວັນທີ 25 ສິງຫາ, ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ ວັນຊາດຄັ້ງທີ 71 ດ້ວຍການເຂົ້າຮ່ວມຂອງ ແຂກສິງກະໂປ, ຄະນະການທູດ, ວົງການວິສາຫະກິດ, ນັກຮຽນຮູ້ ແລະ ຜູ້ຕາງໜ້າຂອງປະຊາຄົມຫວຽດນາມ ຢູ່ປະເທດປະຈຳຖິ່ນກ່ວາ 300 ຄົນ ກ່າວຄຳເຫັນທີ່ພິທີເປີດງານລ້ຽງ, ທ່ານເອກອັກຄະລັດຖະທູດ ມາຍເຟືອກຢຸງ ໄດ້ແນະນຳຜົນງານການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ໃນໄລຍະຜ່ານມາ, ໂດຍຢັ້ງຢືນເຖິງນະໂຍບາຍການຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍຂອງ ຫວຽດນາມແມ່ນຕັ້ງໜ້າພັດທະນາການພົວພັນໄມຕີຈິດມິດຕະພາບ ແລະ ຄວາມໄວ້ເນື້ອເຊື່ອໃຈກັບບັນດາປະເທດ, ໃນນັ້ນມີສິງກະໂປ. ສ່ວນລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານສິງກະໂປ ທ່ານນາງ  Josephine Teo, ຕີລາຄາວ່າ ປັດຈຸບັນ ຫວຽດນາມເປັນໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕໄວທີ່ສຸດ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ເປັນຄູ່ຮ່ວມມືແລະ ເປັນເພື່ອນມິດທີ່ສຳຄັນຂອງສິງກະໂປໃນໂອກາຊຽນ. ສອງຝ່າຍຮ່ວມມືກັນຢ່າງແໜ້ນແຟ້ນ ໃນຂົງເຂດຫຼັກແຫຼ່ງສຳຄັນ. ປັດຈຸບັນ, ສອງປະເທດພວມຮ່ວມມືກັນເພື່ອຟື້ນຟູຢ່າງແຮງ ຫຼັງພະຍາດໂຄວິດ - 19, ເປີດກວ້າງການຮ່ວມມືໃນຫຼາຍຂົງເຂດໃໝ່ເປັນຕົ້ນແມ່ນຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນດ, ນະຄອນອັດສະລິຍະ, ການພັດທະນາແບບຍືນຍົງ ແລະ ເສດຖະກິດດີຈີຕອນ…

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top