• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ສ້າງ​ສົນ​ທິສັນ​ຍາ ສ​ປ​ຊ ກ່ຽວ​ກັບຕ້ານ​ອາດ​ຊະ​ຍາ​ກຳ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ

ກ່າວຄຳເຫັນທີ່ວັນໄຂວາລະປະຊຸມ, ຄະນະຜູ້ແທນ ຫວຽດນາມ ຖືວ່າ ໃນເບື້ອງຕົ້ນ ຮ່າງມະຕິ ໂດຍຄະນະເລຂາຄະນະກຳມະການພິເສດ ໄດ້ສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ແກ່ການເຈລະຈາຄັ້ງຕໍ່ໄປ, ດ້ວຍເປົ້າໝາຍສ້າງເນື້ອໃນຮ່າງສົນທິສັນຍາໃຫ້ສົມບູນແບບ ຍື່ນສະເໜີ່ສະພາ ສປຊ ເພື່ອຮັບຮອງເອົາໂດຍໄວ.
  ທ່ານເອກອັກຄະລັດຖະທູດ ຫງວຽນຈຸງກຽນ ພ້ອມກັບບັນດາສະມາຊິກຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: ກະຊວງການຕ່າງປະເທດ)  

ນັບແຕ່ວັນທີ 9 ມັງກອນ ຫາວັນທີ 20 ມັງກອນ, ຢູ່ວຽນນາ, ປະເທດໂອຕາລິດ, ຄະນະຜູ້ແທນ ຫວຽດນາມ ລວມມີຜູ້ຕາງໜ້າກະຊວງການຕ່າງປະເທດ, ກະຊວງຕຳຫຼວດ, ກະຊວງປ້ອງກັນປະເທດ, ກະຊວງຍຸຕິທຳ ໂດຍທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕາລິດ ຫງວຽນຈຸງກຽນ ນຳໜ້າ ໄດ້ເຂົ້າຮ່ວມວາລະປະຊຸມຄັ້ງທີ 4 ຄະນະກຳມະການພິເສດຂອງ ສປຊ ສ້າງ ສົນທິສັນຍາສາກົນຮອບດ້ານກ່ຽວກັບການຕ້ານການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວ ໃຫ້ແກ່ເປົ້າໝາຍ ລະເມີດກົດໝາຍ.

ກ່າວຄຳເຫັນທີ່ວັນໄຂວາລະປະຊຸມ, ຄະນະຜູ້ແທນ ຫວຽດນາມ ຖືວ່າ ໃນເບື້ອງຕົ້ນ ຮ່າງມະຕິ ໂດຍຄະນະເລຂາຄະນະກຳມະການພິເສດ ໄດ້ສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ແກ່ການເຈລະຈາຄັ້ງຕໍ່ໄປ, ດ້ວຍເປົ້າໝາຍສ້າງເນື້ອໃນຮ່າງສົນທິສັນຍາໃຫ້ສົມບູນແບບ ຍື່ນສະເໜີ່ສະພາ ສປຊ ເພື່ອຮັບຮອງເອົາໂດຍໄວ. ຄະນະຜູ້ແທນ ຫວຽດນາມ ກໍ່ປະກອບຄຳເຫັນກ່ຽວກັບບາງເນື້ອໃນຮ່າງສົນທິສັນຍາຄື: ການລະເມີດການນຳໃຊ້, ອາດຊະຍາກຳຊະນິດຕ່າງໆທີ່ແຊກແຊງເຂົ້າລະບົບເຕັກໂນໂລຢີຂໍ້ມູນຂ່າວສານ, ການສໍ້ໂກງດ້ວຍເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ບັນຫາຄວາມຮັບຜິດຊອບທາງອາຍາຂອງສ່ວນບຸກຄົນ.

 

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top