• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ ຈີນ ເຄົາ​ລົບ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ ທີ່​ມີ​ຕໍ່​ໝ​ູ່​ເກາະ ຮ​ວ່າງ​ຊາ ແລະ ເຈື່ອງ​ຊາ

"ຫວຽດນາມ ເດັດດ່ຽວຄັດຄ້ານ ແລະ ຮຽກຮ້ອງໃຫ້ ຈີນ ຈົ່ງເຄົາລົບອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮວ່າງຊາ, ບໍ່ດຳເນີນການກະທຳທີ່ຄ້າຍຄືກັນອີກຄັ້ງ”.
  ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: Nguyễn Hồng)  

ໃນການຖະແຫຼງຂ່າວນັດສາມັນເດືອນ 6 ເຊິ່ງໄດ້ດຳເນີນໃນຕອນບ່າຍວັນທີ 22, ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ອີກຄັ້ງໜຶ່ງໄດ້ຢັ້ງຢືນອະທິປະໄຕຂອງ ຫວຽດນາມ ສຳລັບສອງໝູ່ເກາະ ເຈື່ອງຊາ ແລະ ຮວ່າງຊາ, ແມ່ນເດັດດ່ຽວຄັດຄ້ານການກະທຳຂອງຈີນທີ່ລ່ວງລ້ຳອະທິປະໄຕຂອງ ຫວຽດນາມ ຢູ່ເຂດນີ້. ທ່ານນາງ ເລທິທູຮັ່ງ ເນັ້ນໜັກວ່າ:

“ເລື່ອງຈີນດຳເນີນການຊ້ອມຮົບທາງການທະຫານຢູ່ໝູ່ເກາະ ຮວ່າງຊາ  ແມ່ນລ່ວງລ້ຳອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະນີ້ຢ່າງຮ້າຍແຮງ. ໄປຝືນກັບເນື້ອໃນຂອງ DOC, ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ບໍ່ເປັນປະໂຫຍດແກ້ວິວັດການເຈລະຈາໃນປັດຈຸບັນລະຫວ່າງ ຈີນ ແລະ ອາຊຽນ ກ່ຽວກັບ COC ແລະ ການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ຮ່ວມມືຢູ່ທະເລຕາເວັນອອກ. ຫວຽດນາມ ເດັດດ່ຽວຄັດຄ້ານ ແລະ ຮຽກຮ້ອງໃຫ້ ຈີນ ຈົ່ງເຄົາລົບອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮວ່າງຊາ, ບໍ່ດຳເນີນການກະທຳທີ່ຄ້າຍຄືກັນອີກຄັ້ງ”.

(ແຫຼ່ງຄັດຈາກ VOV)

ງານ​​ປະ​ກວດຊຸດ​ອາ​ພອນ​ປະ​ຈຳ​​ຊາດຂອງ​ບັນ​ດາ​ປະ​ເທດ ອາ​ຊຽນ

ງານ​​ປະ​ກວດຊຸດ​ອາ​ພອນ​ປະ​ຈຳ​​ຊາດຂອງ​ບັນ​ດາ​ປະ​ເທດ ອາ​ຊຽນ

ຕອນບ່າຍວັນທີ 31 ມີນາ, ຢູ່ສວນສາທາລະນະວັດທະນະທຳ ເດີ່ມແຊນ - ນະຄອນ ໂຮຈີມິນ ໄດ້ຈັດງານປະກວດຊຸດອາພອນປະຈຳຊາດ ອາຊີຕາເວັນອອກສ່ຽງໃຕ້ ປີ 2023, ໂດຍສະມາຄົມມິດຕະພາບ ຫວຽດນາມ - ອາຊີຕາເວັນອອກສ່ຽງໃຕ້ ນະຄອນ ໂຮ່ຈີມິນ ແລະ ສະຫະພັນແມ່ຍິງ ເມືອງ 11 ສົມທົບກັນຈັດຂຶ້ນ.

Top