• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຮຽກ​ຮ້ອງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ ເພື່ອ​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ມີ​ລາຍ​ຮັບ​ປານ​ກາງ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັ​ດ​ທະ​ນາ​ແບບ​ຍືນ​ຍົງ

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນວ່າລັດທິຫຼາຍຝ່າຍ, ຄວາມສາມັກຄີສາກົນ, ສັນຕິພາບ, ສະຖຽນລະພາບແມ່ນພື້ນຖານສຳຄັນໃຫ້ແກ່ການພັດທະນາແບບຍືນຍົງຢູ່ບັນດາປະເທດມີລາຍຮັບປານກາງ.
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ກ່າວຄຳເຫັນທີ່ກອງປະຊຸມ

ວັນທີ 11 ພຶດສະພາ, ຢູ່ນິວຢອກ, ປະເທດ ອາເມລິກາ, ສະມັດຊາໃຫຍ່ ສປຊ ໄດ້ຈັດກອງປະຊຸມຂັ້ນສູງກ່ຽວກັບບັນດາປະເທດມີລາຍຮັບປານກາງດ້ວຍຫົວຂໍ້ “ຍູ້ໄວການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ຢູ່ບັນດາປະເທດມີລາຍຮັບປານກາງ, ສຸມໃສ່ເງື່ອນໄຂສິ່ງແວດລ້ອມ”.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນວ່າລັດທິຫຼາຍຝ່າຍ, ຄວາມສາມັກຄີສາກົນ, ສັນຕິພາບ, ສະຖຽນລະພາບແມ່ນພື້ນຖານສຳຄັນໃຫ້ແກ່ການພັດທະນາແບບຍືນຍົງຢູ່ບັນດາປະເທດມີລາຍຮັບປານກາງ. ເພື່ອແກ້ໄຂບັນດາສິ່ງທ້າທາຍຄືການປ່ຽນແປງຂອງດິນຟ້າອາກາດ, ຄ້ຳປະກັນດ້ານສະບຽງອາຫານ, ພະລັງງານ… ທ່ານເອກອັກຄະລັດຖະທູດ ຖືວ່າ ບັນດາປະເທດມີລາຍຮັບປານກາງຕ້ອງເພີ່ມທະວີຄວາມສາມາດໃນການຮັບມື ແລະ ລະດົມແຫຼ່ງກຳລັງພາຍໃນປະເທດຢ່າງມີປະສິດທິຜົນເພື່ອພັດທະນາ, ສວຍໃຊ້ທ່າແຮງຂອງວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ເພື່ອພັດທະນາສີຂຽວ, ຍືນຍົງ ແລະ ອັດສະລິຍະ. ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ໄດ້ຍົກສູງບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການປະຕິບັດໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາ ແບບຍືນຍົງ, ຄຳໝັ້ນສັນຍາຮອດປີ 2050 ຫວຽດນາມ ຈະປ່ອຍອາຍພິດລົງລະດັບ 0 ກໍ່ຄືເລື່ອງຫວ່າງມໍ່ໆມານີ້ ໄດ້ສ້າງການພົວພັນຄູ່ຮ່ວມມືກ່ຽວກັບການຫັນເປັນພະລັງງານທີ່ຍຸຕິທຳ.

(ແຫຼ່ງຄັດຈາກ VOV)

ຫ​ວຽດ​ນາມ ພວມ​ຕິດ​ຕາມ​ກຳ​ປັ່ນຊ້​ຽງ​ຢາງ​ຮົງ 10 ຂອງ​ ຈີນ

ຫ​ວຽດ​ນາມ ພວມ​ຕິດ​ຕາມ​ກຳ​ປັ່ນຊ້​ຽງ​ຢາງ​ຮົງ 10 ຂອງ​ ຈີນ

ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາອົງການທີ່ກ່ຽວຂ້ອງຂອງຈີນ ປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດ.

Top