• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຮັບ​ປະ​ກັນ​ການ​ປະ​ຕິ​ບັດ​ບົດ​ບາດ​ເປັນ​ສະ​ມາ​ຊິກ ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ ໄດ້​ເປັນ​ຢ່າງ​ດີ

ເລື່ອງ ຫວຽດນາມ ໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025 ແມ່ນຜົນສຳເລັດທີ່ໃຫຍ່ຫຼວງຂອງວຽກງານການຕ່າງປະເທດຫຼາຍຝ່າຍ.
  ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂດະຮຸ່ງຫວຽດ (ພາບ: dangcongsan.vn)  

ຕອນບ່າຍວັນທີ 15 ກຸມພາ, ຢູ່ຮ່າໂນ້ຍ, ກ່າວຄຳເຫັນໃນການຖະແຫຼງຂ່າວຂອງ ໜ່ວຍປະຕິບັດງານລະຫວ່າງຂະແໜງການກ່ຽວກັບເລື່ອງ ຫວຽດນາມ ຮັບດຳລົງບົດບາດເປັນສະມາຊິກ ສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂດະຮຸ່ງຫວຽດ ຢັ້ງຢືນວ່າ ເລື່ອງ ຫວຽດນາມ ໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025 ແມ່ນຜົນສຳເລັດທີ່ໃຫຍ່ຫຼວງຂອງວຽກງານການຕ່າງປະເທດຫຼາຍຝ່າຍ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂດະຮຸ່ງຫວຽດ ໃຫ້ຂໍ້ສັງເກດວ່າ:

ປັດຈຸບັນ, ສະພາບການໂລກເວົ້າລວມ ພວມມີການຜັນແປສັບສົນຫຼາຍຢ່າງ, ໂດຍສະເພາະແມ່ນການແກ້ງແຍ້ງລະຫວ່າງບັນດາປະເທດໃຫຍ່, ການປະທະກັນ, ຜິດຖຽງກັນລະຫວ່າງບັນດາປະເທດ. ເພາະວ່ານັ້ນ ໄດ້ວາງອອກສິ່ງທ້າທາຍຫຼາຍຢ່າງໃຫ້ ຫວຽດນາມ ໃນການເຂົ້າຮ່ວມສະພາສິດທິມະນຸດໃນໄລຍະຈະມາເຖິງ. ໃນຄັ້ງນີ້, ຄວາມຫວັງຂອງສາກົນ ກໍຄືຂອງການນຳພັກ, ລັດ ແລະ ປະຊາຊົນ ຫວຽດນາມ ກໍສູງກວ່າເກົ່າ. ດ້ານໜຶ່ງຕ້ອງຮັບປະກັນການເຂົ້າຮ່ວມ, ປະກອບສ່ວນໃນຖານະເປັນສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ, ປະຕິບັດໜ້າທີ່ຂອງຕົນຢ່າງຄົບຖ້ວນ. ອີກດ້ານໜຶ່ງ, ພວກເຮົາກໍຕ້ອງມີຂໍ້ລິເລີ່ມບຸລິມະສິດ, ແນວຄວາມຄິດໃໝ່ເພື່ອສະແດງບົດບາດເປັນເຈົ້າການ, ຕັ້ງໜ້າຢ່າງແທ້ຈິງ ແລະ ພະຍາຍາມເສີມຂະຫຍາຍບົດບາດນຳພາ”.

ທ່ານຮອງລັດຖະມົນຕີການຕ່າງປະເທດ ໂດະຮຸ່ງຫວຽດ ສະເໜີໃຫ້ບັນດາກະຊວງ, ຄະນະ, ຂະແໜງການທີ່ກ່ຽວຂ້ອງ ຈົ່ງຍູ້ແຮງວຽກງານຄົ້ນຄວ້າ, ຄາດຄະເນ ແລະ ການສື່ສານໂຄສະນາ ເພື່ອຮັບປະກັນປະຕິບັດບົດບາດເປັນສະມາຊິກ ສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025 ໃຫ້ເປັນຢ່າງດີ.

(ແຫຼ່ງຄັດຈາກ VOV)

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top