ໃນວາລະປະຊຸມທີ່ມີຫົວຂໍ້ “ບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ”, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ແບ່ງປັນທັດສະນະຂອງ ຫວຽດນາມ ກ່ຽວກັບສະພາບການໂລກໃນປັດຈຸບັນ ແລະ ຍົກໃຫ້ເຫັນຢ່າງພົ້ນເດັ່ນກ່ຽວກັບໂອກາດສຳລັບບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ ກໍຄືບັນດາການກຳນົດທິດພັດທະນາຂອງ ຫວຽດນາມ. ທ່ານກໍຢັ້ງຢືນວ່າ ຫວຽດນາມ ສືບຕໍ່ແມ່ນຈຸດໝາຍປາຍທາງທີ່ປອດໄພ, ດູດດື່ມຂອງບັນດານັກລົງທຶນສາກົນ; ພ້ອມທັງປາດຖະໜາວ່າ ບັນດາຄູ່ຮ່ວມມື, ວິສາຫະກິດ, ບັນດານັກລົງທຶນ UAE, ຕາເວັນອອກກາງ ແລະ ໂລກ ຈະສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍ ຫວຽດນາມ.
ສ່ວນໃນວາລະປະຊຸມທີ່ມີຫົວຂໍ້ “ການກະທຳມຸ່ງໄປເຖິງບັນດາເປົ້າໝາຍພັດທະນາແບບຍືນຍົງ”, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ກໍຍົກໃຫ້ເຫັນບົດຮຽນປະສົບການ ແລະ ຜົນງານຂອງ ຫວຽດນາມ ໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງໃຫ້ປະກົດຜົນເປັນຈິງ ແລະ ແບ່ງປັນທັດສະນະຂອງ ຫວຽດນາມ ໃນການຫັນບັນດາເປົ້າໝາຍພັດທະນາແບບຍືນຍົງໃຫ້ປະກົດຜົນເປັນຈິງ.