ຂ່າວສານ

ຫວຽດ​ນາມ ສືບ​ຕໍ່​ເປັນ​ຈຸດ​ໝາຍ​ປາຍ​ທາງ​ທີ່​ປອດ​ໄພ ແລະ ດູດ​ດື່ມ​ຂອງ​ບັນ​ດາ​ນັກ​ລົງ​ທຶນ​ສາ​ກົນ

ວັນທີ 12 ກຸມພາ, ໂດຍສືບຕໍ່ການເຄື່ອນໄຫວຢູ່ກອງປະຊຸມສຸດຍອດລັດຖະບານໂລກ ປີ 2025 (WGS) ໄດ້ດຳເນີນຢູ່ນະຄອນ ດູໄບ, ສະຫະລັດ ອາຣັບ ເອມມີເລດ (UAE), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ມີບົດກ່າວປາໄສໃນສອງວາລະປະຊຸມ ກ່ຽວກັບ “ບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ” ແລະ “ການກະທຳມຸ່ງໄປເຖິງບັນດາເປົ້າໝາຍພັດທະນາແບບຍືນຍົງ”.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ກ່າວຄຳເຫັນໃນວາລະປະຊຸມ (ພາບ: TTXVN)

 ໃນວາລະປະຊຸມທີ່ມີຫົວຂໍ້ “ບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ”, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ແບ່ງປັນທັດສະນະຂອງ ຫວຽດນາມ ກ່ຽວກັບສະພາບການໂລກໃນປັດຈຸບັນ ແລະ ຍົກໃຫ້ເຫັນຢ່າງພົ້ນເດັ່ນກ່ຽວກັບໂອກາດສຳລັບບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ ກໍຄືບັນດາການກຳນົດທິດພັດທະນາຂອງ ຫວຽດນາມ. ທ່ານກໍຢັ້ງຢືນວ່າ ຫວຽດນາມ ສືບຕໍ່ແມ່ນຈຸດໝາຍປາຍທາງທີ່ປອດໄພ, ດູດດື່ມຂອງບັນດານັກລົງທຶນສາກົນ; ພ້ອມທັງປາດຖະໜາວ່າ ບັນດາຄູ່ຮ່ວມມື, ວິສາຫະກິດ, ບັນດານັກລົງທຶນ UAE, ຕາເວັນອອກກາງ ແລະ ໂລກ ຈະສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍ ຫວຽດນາມ.

ສ່ວນໃນວາລະປະຊຸມທີ່ມີຫົວຂໍ້ “ການກະທຳມຸ່ງໄປເຖິງບັນດາເປົ້າໝາຍພັດທະນາແບບຍືນຍົງ”, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ກໍຍົກໃຫ້ເຫັນບົດຮຽນປະສົບການ ແລະ ຜົນງານຂອງ ຫວຽດນາມ ໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງໃຫ້ປະກົດຜົນເປັນຈິງ ແລະ ແບ່ງປັນທັດສະນະຂອງ ຫວຽດນາມ ໃນການຫັນບັນດາເປົ້າໝາຍພັດທະນາແບບຍືນຍົງໃຫ້ປະກົດຜົນເປັນຈິງ.


top