• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ລົງ​ນາມ​ໃນ​ບັນ​ດາ​ຂໍ້​ຕົກ​ລົງ​ນຳ​ເຂົ້າຜະ​ລິດ​ຕະ​ພັນ​ກະ​ເສດ​ທີ່​ມີ​ມູນ​ຄ່າ​ເກືອບ 3 ຕື້ USD ​ຈາກ ອາ​ເມ​ລິ​ກາ

“ບັນດາວິສາຫະກິດ ຫວຽດນາມ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳຫຼາຍສະບັບເພື່ອເພີ່ມທະວີການຊື້ຜະລິດຕະພັນກະເສດຈາກ ອາເມລິກາ ດ້ວຍຕົວເລກທີ່ໜ້າປະທັບໃຈ ເກືອບ 3 ຕື້ USD, ລື່ນກາຍຕົວເລກທີ່ໄດ້ວາງອອກໃນເບື້ອງຕົ້ນ, ແມ່ນ 2 ຕື້ USD, ຜ່ານນັ້ນປະກອບສ່ວນສຳຄັນເພື່ອສ້າງຄວາມດຸ່ນດ່ຽງໃນດຸນການຄ້າລະຫວ່າງສອງປະເທດ."
ທ່ານລັດຖະມົນຕີ ໂດະດຶກຢຸຍ ເປັນປະທານວາລະປຶກສາຫາລືກ່ຽວກັບການເພີ່ມທະວີການແລກປ່ຽນການຄ້າສອງສົ້ນ

ບັນດາຂໍ້ຕົກລົງທີ່ໄດ້ລົງນາມໃນຂອບເຂດການປະຕິບັດງານຂອງຄະນະຜູ້ແທນກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ຢູ່ບັນດາລັດ Iowa, Ohio, Maryland ແລະ ນະຄອນຫຼວງ ວໍຊິງຕັນ (ອາເມລິກາ) ແຕ່ວັນທີ 2 – 6 ມິຖຸນາ. ນີ້ແມ່ນບາດກ້າວສຳຄັນໃນການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ - ອາເມລິກາ.

        ຄະນະປະຕິບັດງານໂດຍທ່ານລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ, ໂດະດຶກຢຸຍ ນຳໜ້າ ຄະນະຜູ້ແທນລວມມີຜູ້ຕາງໜ້າຂອງເກືອບ 50 ອົງການ, ວິສາຫະກິດກະສິກຳ ແລະ ສະຫະສະມາຄົມ ເດີນທາງໄປຍັງ ອາເມລິກາ ເພື່ອແນໃສ່ຊຸກຍູ້ການຄ້າສອງສົ້ນ. ເມື່ອຕີລາຄາກ່ຽວກັບໝາກຜົນຂອງການປະຕິບັດງານຄັ້ງນີ້, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໂດະດຶກຢຸຍ ຢັ້ງຢືນວ່າ:

        “ບັນດາວິສາຫະກິດ ຫວຽດນາມ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳຫຼາຍສະບັບເພື່ອເພີ່ມທະວີການຊື້ຜະລິດຕະພັນກະເສດຈາກ ອາເມລິກາ ດ້ວຍຕົວເລກທີ່ໜ້າປະທັບໃຈ ເກືອບ 3 ຕື້ USD, ລື່ນກາຍຕົວເລກທີ່ໄດ້ວາງອອກໃນເບື້ອງຕົ້ນ, ແມ່ນ 2 ຕື້ USD, ຜ່ານນັ້ນປະກອບສ່ວນສຳຄັນເພື່ອສ້າງຄວາມດຸ່ນດ່ຽງໃນດຸນການຄ້າລະຫວ່າງສອງປະເທດ. ທີສອງແມ່ນ, ຜ່ານບັນດາເວທີປາໄສ, ການພົບປະ, ປະຊາຄົມວິສາຫະກິດຂອງ ຫວຽດນາມ ແລະ ອາເມລິກາ ໄດ້ມີຂໍ້ມູນຢ່າງຄົບຖ້ວນເພື່ອມີເງື່ອນໄຂສຳພັດ, ເປີດກວ້າງຕະຫຼາດ, ປະຕິບັດບັນດາການເຄື່ອນໄຫວຮ່ວມມື, ລົງທຶນ, ດຳເນີນທຸລະກິດໃນຂົງເຂດການຄ້າສິນກະເສດສອງສົ້ນລະຫວ່າງສອງປະເທດ.”

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

ການຢ້ຽມຢາມດຳເນີນໄປໃນຈຸດເວລາທີ່ທັງສອງປະເທດ ພວມຢືນຢູ່ບັນດາຄວາມຮຽກຮ້ອງພັດທະນາໃໝ່. ຫວຽດນາມ ພວມຍູ້ແຮງການຫັນເປັນອຸດສາຫະກຳ, ທັນສະໄໝ, ມຸ່ງໄປສູ່ສອງເປົ້າໝາຍພັດທະນາ 100 ປີໃນປີ 2030 ແລະ 2045.

Top