• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂໍ້​ມູນ​ດ້ານ​ທິດ​ສະ​ດີ, ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ວິ​ວັດ​ທະ​ນາ​ການ​ສ້າງ​ສັງ​ຄົມ​ນິ​ຍົມ

ຕອນບ່າຍວັນທີ 9 ທັນວາ, ຢູ່ສຳນັກງານສູນກາງພັກປະຊາຊົນປະຕິວັດ ລາວ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ຕ້ອນຮັບຄະນະຜູ້ແທນພັກຄອມມູນິດ ຫວຽດນາມ ໂດຍທ່ານ ຫງວຽນຈ້ອງເຫງັຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ນຳໜ້າ, ເນື່ອງໃນໂອກາດໄປເຂົ້າຮ່ວມກອງປະຊຸມສຳມະນາທິດສະດີຄັ້ງທີ 9 ລະຫວ່າງສອງພັກ.
  ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຕ້ອນຮັບທ່ານຫງວຽນຈ້ອງເຫງັຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກຄອມມູນິດ ຫວຽດນາມ (ພາບ: TTXVN)  

ນະທີ່ນີ້, ທ່ານ ຫງວຽນຈ້ອງເຫງັຍ ເນັ້ນໜັກວ່າ ບັນດາອົງການຄົ້ນຄວ້າທິດສະດີຂອງສອງພັກ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນດ້ານທິດສະດີ, ແບ່ງປັນບົດຮຽນປະສົບການເພື່ອພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກຢ່າງມີໄຊ.

ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງອົງການໂຄສະນາສຶກສາສູນກາງພັກ, ສອງສະພາທິດສະດີສູນກາງ ຂອງສອງປະເທດ, ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແບ່ງປັນຂໍ້ມູນ, ແລກປ່ຽນໃນຫົວເລື່ອງ, ຫົວຂໍ້ຄົ້ນຄວ້າຕ່າງໆກ່ຽວກັບທິດສະດີ, ແນວຄິດ ແລະ ການໂຄສະນາເພື່ອ ຮັບໃຊ້ໃຫ້ແກ່ການວາງແຜນກຳນົດຍຸດທະສາດ, ນະໂຍບາຍພັດທະນາ ກໍຄືແລກປ່ຽນປະສົບການໃນວິວັດທະນາການສ້າງສັງຄົມນິຍົມຢູ່ແຕ່ລະປະເທດ.

ໃນວັນດຽວກັນ, ກອງປະຊຸມສຳມະນາທິດສະດີຄັ້ງທີ 9 ດ້ວຍຫົວຂໍ້ “ບັນດາບັນຫາ ແລະ ທິດທາງການແກ້ໄຂສະພາບການເສດຖະກິດ - ການເງິນ, ປະສົບການຂອງ ຫວຽດນາມ ແລະ ລາວ” ໄດ້ອັດລົງຢູ່ນະຄອນຫຼວງ ວຽງຈັນ.

(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top