

ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບເປີດທິດທາງພັດທະນາທີ່ມີຄວາມສຳຄັນຫຼາຍຢ່າງຂອງສອງປະເທດໃນໄລຍະຈະມາເຖິງ. ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ກ່າວວ່າ:
“ໃນບັນຍາກາດອັນອົບອຸ່ນຂອງງານລ້ຽງມື້ນີ້, ຂ້າພະເຈົ້າຂໍຢືນຢັນວ່າ, ໂລກາພິວັດ ແລະ ເຊື່ອມໂຍງເຂົ້າກັບສາກົນຄືດັ່ງພວກເຮົາໄດ້ເຫັນປະຈັກຕາ ສາຍພົວພັນສອງຝ່າຍທີ່ເລິກເຊິ່ງ, ບໍລິສຸດຜຸດຜ່ອງ, ໝັ້ນຄົງ, ຮອບດ້ານ, ສາຍພົວພັນຖານອ້າຍນ້ອງທີ່ສະເໝີຕົ້ນສະເໝີປາຍຂອງພວກເຮົາ ແມ່ນມີຄວາມໝາຍ ແລະ ຫາຍາກທີ່ສຸດໃນໂລກນີ້. ເພາະວ່າ ລາວ ແລະ ຫວຽດນາມ ເຖິງວ່າແມ່ນສອງປະເທດ, ເຖິງວ່າມີສຽງເວົ້າ ແລະ ຮີດຄອງປະເພນີທີ່ແຕກຕ່າງກັນ ແຕ່ຍາມໃດກໍ່ພ້ອມກັນແບ່ງປັນ ເພື່ອອະນາຄົດລວມຂອງທັງສອງປະເທດ”.
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຊີ້ແຈງວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍມີທັດສະນະສະເໝີຕົ້ນສະເໝີປາຍວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບພັກ, ລັດ ແລະ ປະຊາຊົນ ລາວ ຖະໜຸຖະໜອມ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ ໄປຊົ່ວກາລະນານ ເພື່ອຊີວິດການເປັນຢູ່ທີ່ສົມບູນພູນສຸກ ແລະ ຄວາມວັດທະນາຖາວອນຂອງປະຊາຊົນສອງປະເທດ.
(ແຫຼ່ງຄັດຈາກ VOV)